ກິລາເຕະບານ

ໂກນບານລາວເສຍ 5 ນັດລຽນຕິດ ໃນເອຊຽນ ພາຣາເກມ 2018 ທີອິນ ໂດເນເຊຍ

ໂກນ​ບານລາວເສຍ 5 ນັດລຽນຕິດ ໃນເອຊຽນ ພາຣາເກມ 2018 ທີ່ອິນໂດເນເຊຍ
ເມືອ ວັນທີ10 ຕຸລາ ຜ່ານມາ ທີເດິນ ກິລາໃນຮົມບາໄລກາຕິນິ ນະຄອນຫຼວງຈາກາຕ້າ ປະເທດອິນ ໂດເນເຊຍ, ທັບນັກກິລ າສາວໂກນບານທີມຊາດລາວ ລົງສະໜາມນັດສຸດທ້າຍ ພົບກັບ ທີມຊາດໄທ. ຜ່ານການແຂງ່ ຂັນຜົນປາກົດວາ່ ທີມຊາດລາວເຮົາ ເສຍໃຫ້ທີມຊາດໄທ ໄປແບບຫວຸດຫວິດ 2-3 ປະຕູສົງຜົນໃຫ້ທີມຊາດລາວ ເສຍ 5 ນັດລວດ ໃນການ ແຂ່ງຂັນຄັ້ງນີ້ແລະ ຢູ່ອັນດັບ 6 ຂອງຕາຕະລາງ.ຂະນະທີ່ອັນດັບ 1 ທີມຊາດຍີ່ປຸ່ນ ມີ15 ຄະແນນ, ອັນດັບ 2 ທີມຊາດ ສປ ຈີນ ມີ12 ຄະແນນ, ອັນດັບ 3 ທີມຊາດອີຣານ ມີ7 ຄະແນນ, ອັນດັບ 4 ທີມຊາດໄທ ມີ7 ຄະແນນ ແລະ ອັນດັບ 5 ທີມຊາດອິນໂດເນເຊຍ ເຈັ້າພາບ. ສ່ວນການແຂ່ງຂັນດັງກາ່ວແມ່ນ ຄັດເອົາອັນດັບ 1-4 ເຂົ້າໄປແຂ່ງຂັນກັນ ຮອບ 4 ທີມສຸດທ້າຍ ເພື່ອເອົາທີມທີ່ຊະນະເຂາສູ່ຮອບຊີງຫຼຽນຄຳ. ເຊິງ ໃນຮອບ 4 ທີມສຸດທ້າຍນີ້ທີມຊາດຍີ່ປຸ່ນ ພົບກັບ ທີມຊາດໄທ ແລະ ທີມຊາດ ສປ ຈີນ ພົບກັບ ທີມຊາດອີຣານ ແຂ່ງຂັນໃນວັນ ທີ11ຕຸລາ 2018.. ຂະນະທີຮອບຊີງຫຼຽນຄຳ ແມ່ນ ຈະແຂ່ງຂັນໃນວັນ ທີ12 ຕຸລາ 2018. ສຳລັບຜົນງານຂອງສາວໂກນບານຄົນພິການລາວ ແມ່ນ ລົງສະໜາມ 5 ນັດເສຍລວດ ປະກອບມີ: ເສຍໃຫ້ອິນໂດເນເຊຍ 2-3 ປະຕູ, ເສຍໃຫ້ສປ ຈີນ 1-11 ປະຕູ, ເສຍໃຫ້ທີມ ຊາດຍີ່ປຸ່ນ 0-10 ປະຕູ, ເສຍໃຫ້ທີມຊາດອີຣານ 0-10 ປະຕູແລະ ເສຍໃຫ້ທີມຊາດໄທ 2-3 ປະຕ.ູ ຢ່າງໃດກໍຕາມ, ນັບມາຮອດປດຈຸບັນ ທັບນັກກິລາ ສປປ ລາວເຮົາ ຍາດມາໄດ້ແລ້ວ 1 ຫຼຽນຄຳຈາກ ທ້າວ ເປຍ ເຫຼົາພັກດີນັກກິລາຍົກນຳ້ໜັກຄົນພິການທີມຊາດລາວ ຮຸ່ນ ນໍ້າໜັກ 49 ກິໂລກຣາມ
ຈາກ muan.sanook.com  16.10.20018
--------------------------------------------------------------------------------------------------------------------------
ຂາ່ວດີ ສຸກອາພອນ ໝົດສັນຍາກັບ ສີສະເກດ ເອຟຊີ ພ້ອມຊວ່ຍທີມຊາດ ລາວລຸຍ FIFA Day

ຂ່າວດີ! 'ສຸກອາພອນ' ໝົດສັນຍາກັບ ສີສະເກດ ເອັຟຊີ ພ້ອມຊ່ວຍທີມຊາດລາວລຸຍ FIFA Day
ສຸກອາພອນ ວົງຈຽງຄຳ ກອງຫນ້າ ທີມຊາດລາວ ໄວ 26 ປີ ກັບ ມາເຝິກຊອ້ມ ຮວ່ມທີມຊາດລາວ ຊຸດໃຫຍ່ ພາຍຫລັງທີຫມົດສັນຍາກັບ ຕົນສັງກັດ ສີສະເກດ ເອຟຊີ ເພືອກຽມຄວາມພ້ອມທີຈະລົງສະຫນາມໃນນັດອຸ່ນ FIFA DAY ພົບກັບ ທີມຊາດມົງໂກລີໃນວັນ ອັງຄານ 16 ຕຸລາ 2018 ເວລາ 18:30 ແຂ່ງ ຂັນຢູທີ່ສະຫນາມກິລາແຫ່ງຊາດຫລັກ 16 ເຂົາຊົມ ຟຣີ ໂດຍຖາ່ຍທອດສົດ ທາງ ໂທລະພາບ ທີວີລາວ ແລະ Mycujoo.tv. ການແຂງ່ ຂັນ ທີມຊາດລາວ ໃນລາຍການແຂ່ງຂັນ AFF Suzuki Cup 2018 ຢູ່ຮວ່ມ ກຸ່ມ ເອ ປະກອບມີຫວຽດນາມ, ມາເລເຊຍ, ມຽນມາ, ກຳປູເຈຍ ແລະ ລາວ.
 ວັນ ທີ08 ພະຈິກ 2018 ທີມຊາດລາວ ພົບ ທີມຊາດຫວຽດນາມ ແຂງ່ ຂັນຢູທີສະຫນາມກິລາແຫ່ງຊາດຫລັກ 16 (ຖາ່ຍທອດສົດ ທີວີລາວ).
 ວັນທີ12 ພະຈິກ 2018 ທີມຊາດມາເລເຊຍ ພົບ ທີມຊາດລາວ ແຂ່ງຂັນ ຢູ່ທີ່ສະຫນາມ Bukit Jalil National, ກົວລາລຳເປີ ມາເລເຊຍ. 
ວັນທີ16 ພະຈິກ 2018 ທີມຊາດລາວ ພົບ ທີມຊາດມຽນມາ ແຂ່ງຂັນ ຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 (ຖາ່ຍທອດສົດ ທີວີລາວ).
 ວັນທີ20 ພະຈິກ 2018 ທີມຊາດກຳປູເຈຍ ພົບ ທີມຊາດລາວ ແຂ່ງ ຂັນ ຢູ່ທີ່ສະຫນາມ National Olympic, ພະນົມເປນ ກຳປູເຈຍ. 
ຈາກ muan.sanook.com  14.10.20018

ไม่มีความคิดเห็น:

แสดงความคิดเห็น