10.13.2561

ວັດ ແລະ ບ້ານປາກອູ ເມືອງປາກອູ. (ຫຼວງພະບາງ)

ວັດ ແລະ ບ້ານປາກອູ ເມືອງປາກອູ ສ້າງຂຶ້ນໃນປີ 1547 ໂດຍພະເຈົ້າໄຊຍະເສດຖາທິຣາຊ, ວັດນີ້ໄດ້ສ້ອມແປງຄືນໃນຕົ້ນ ສັດຕະວັດທີ່ 19 ໃນຣາຊການ ຂອງພະເຈົ້າສີສະຫວ່າງວົງ ໄດ້ສ້າງແງບ ແລະ ລະບຽງໃສ່ດ້ານຂ້າງ.

ວັດ ແລະ ບ້ານປາກອູ ເມືອງປາກອູ. (ຫຼວງພະບາງ)
ຈາກ http://www.laogov.gov.la 14.10.2018

10.09.2561

ວັດໂພນໄຊຊະນະສົງຄາມ

ສ້າງໃນປີ ຄ.ສ.1791 ໂດຍພຣະເຈົ້າອະນຸລຸດທະລາດ ຕາມປະຫວັດ ກ່າວວ່າເປັນປະເພນີ ທີ່ພະມະຫາກະສັດ ແຫ່ງນະຄອນຫລວງພະບາງ ແລະ ເຫລົ່າແມ່ທັບນາຍກອງທັງຫລາຍຕ້ອງມາເຮັດພິທີນະມັດສະການ ພະອົງຫລວງ(ພະປະທານ) ເພື່ອຂໍພອນກ່ອນຈະອອກໄປຮົບທັບຈັບສຶກ ເຊື່ອກັນວ່າ ອົງພຣະປະທານຂອງວັດນີ້ ມີອຳນາດຊ່ວຍບັນດານໃຫ້ຊະນະສຶກສົງຄາມ ພຣະອຸໂປສົດ ມີລັກສະນະສິລະປະ ແບບຫລວງພະບາງທົ່ວໄປ ພາຍໃນແບ່ງເປັນ 3 ຫ້ອງຍາວ 4 ຫ້ອງຂວາງ ພາຍຫລັງຫ້ອງຂວາງພັງລົງ 2 ຫ້ອງ ແລະ ເລີ່ມບູລະນະໃນ ປີ ຄ.ສ.1970 ໂດຍຂະຫຍາຍກວ້າງອອກຂ້າງລະ 1 ແມັດ ຈາກນັ້ນຈຶ່ງບູລະນະໃໝ່ໝົດທັງຫລັງ.



ວັດໂພນໄຊຊະນະສົງຄາມ ແຂວງຫຼວງພະບາງ

10.05.2561

ວັດພະບາດໃຕ້

ຕົວວັດໃນອະດີດຕັ້ງຢູ່ໃນເຂດເມືອງຊັ້ນໃນ ດ້ານທິດໃຕ້ຄູ່ກັບວັດພະບາດເໜືອ ຈາກຫລັກຖານຮ່ອງຮອຍທີ່ພົບເຫັນເຊື່ອວ່າສ້າງໃນ ລາຊະສະໄໝ ພຣະເຈົ້າສາມແສນໄທ ເນື່ອງຈາກການບູລະນະວັດ ໃນປີ ຄ.ສ.1960 ສະພາບວັດໄດ້ ປ່ຽນແປງໄປຈາກເດີມເກືອບທັງໝົດ ສ່ວນໃຫຍ່ເປັນສິລະປະຈີນ-ຫວຽດນາມ ຊຶ່ງໃນສະໄໝ ນັ້ນມີເຈົ້າອາວາດເປັນຊາວວຽດນາມ ທີ່ເກີດ ແລະ ອາໄສຢູ່ໃນຫລວງພະບາງ (ຫວຽດ-ກຽວ) ແລະຊາວບ້ານ ທີ່ຖວາຍປັດໄຈຮ່ວມບູລະນະສ່ວນໃຫຍ່ ມີເຊື້ອຊາດດຽວກັນ ຈຶ່ງມີຊື່ຮຽກອີກຊື່ໜຶ່ງວ່າ “ວັດຫວຽດ” (ຈາກຄຳວ່າຫວຽດນາມນັ້ນເອງ) ຈຸດເດັ່ນທີ່ໜ້າສົນໃຈຂອງວັດນີ້ຢູ່ທີ່ພະພຸດທະຮູບ ແລະ ສະຖາປັດຕະຍະກຳພາຍໃນຈະເປັນ ແບບຈີນປະສົມຫວຽດນາມ ມີຮອຍພະພຸດທະບາດປະດິດສະຖານ ຢູ່ບໍລິເວນແຄມແມ່ນ້ຳຂອງ ຈາກບໍລິເວນນີ້ສາມາດເບິ່ງເຫັນທິວທັດຂອງແມ່ນ້ຳຂອງ ແລະ ເມືອງຝັ່ງກົງກັນຂ້າມໄດ້ຢ່າງຊັດເຈນ ນັບເປັນຈຸດຊົມຕາເວັນຕົກດິນທີ່ສວຍງາມທີ່ສຸດແຫ່ງໜຶ່ງຂອງຫລວງພະບາງ.
ວັດນີ້ສ້າງຂື້ນໃນສະໄໝພຣະເຈົ້າຟ້າງຸ່ມມະຫາຣາຊ , ຮອຍພຣະພຸດທະບາດທີ່ເຫັນໃນປະຈຸບັນແມ່ນ ສ້າງທັບຮອຍພຣະບາດຂອງພຣະມະຫາປັດສະມັນ ຜູ້ທີ່ນຳເອົາພຸດທະສາດສະໜາເຂົ້າມາໃນລາວ ພ້ອມດ້ວຍພຣະບາງ ຈາກປະເທດກຳປູເຈ້ຍ.....ກະລຸນາຫາຂໍ້ມູນເພີ່ມເດີມໃດ້ຈາກປື້ມປະຫວັດສາດທີ່ກ່າວເຖິງ


ວັດພະບາດໃຕ້ ແຂວງຫຼວງພະບາງ

10.03.2561

ວັດໃໝ່

ວັດໃໝ່ສຸວັນນະພູມາລາມ ຫລືວ່າ "ວັດໃໝ່" ເຄີຍເປັນທີ່ປະທັບຂອງສົມເດັດພະສັງຄະລາດບຸນທັນ ຊຶ່ງເປັນສົມເດັດພະສັງຄະລາດອົງສຸດທ້າຍຂອງລາວ ແລະ ຍັງເຄີຍເປັນທີ່ປະດິດສະຖານ ພະບາງ ພະພຸທົດຮູບຄູ່ເມືອງຫລວງພະບາງ ໃນລັດຊະສະໄໝຂອງເຈົ້າມະຫາຊີວິດສັກກະລິນ ຈົນເຖິງປີ ຄ.ສ 1894 ຈຶ່ງໄດ້ອັນເຊີນ ພະບາງ ໄປປະດິດສະຖານ ໃນຫໍພະບາງພາຍໃນພະລາຊະວັັງຈົນເຖິງປັດຈຸບັນ ເມື່ອມາວັດແຫ່ງນີ້ສິ່ງທີ່ເຮົາຈະສັງເກດເຫັນເຖິງຄວາມແຕກຕ່າງຈາກວັດອື່ນໆ ຄືຕົວອຸໂປສົດ (ສິມ) ລັກສະນະຈະເປັນອາຄານຊົງໂລງ ຫລັງຄາມີຂະໜາດໃຫຍ່ ມີຊາຍຄາປົກຄຸມທັງສີ່ດ້ານສອງລະດັບຕໍ່ເນື່ອງກັນ. ດ້ານຂ້າງມີຖານຍື່ນອອກມາຮັບກັບຊາຍຄາ ທີ່ທອດຍາວລົງເກືອບຮອດພື້ນດິນ ເທິງຍອດຫລັງຄາເປັນໜ້າຈົ່ວຂະໜາດໃຫຍ່ໂດຍມີຫລັງຄານ້ອຍໆ ຊ້ອນຢູ່ອີກຊັ້ນໜຶ່ງ ເຄິ່ງກາງຂອງຫລັງຄານ້ອຍປະດັບຊໍ່ຟ້າ ດ້ານຫລັງມີຫໍຂວາງສ້າງຂຶ້ນຕິດກັນ ເຊື່ອວ່າມາຕໍ່ເຕີມໃນພາຍຫລັງ ທີ່ລະບຽງດ້ານໜ້າມີອາຄານຄ້າຍສາລາຂວາງຄອບຢູ່ ມີຫລັງຄາຕິດກັບຫລັງຄາອຸໂປສົດ ທີ່ເສົາລົງຮັກປິດທອງຢ່າງສວຍງາມ ຝາດ້ານໜ້າພະອຸໂບສົດຕົກແຕ່ງດ້ວຍພາບລົງຮັກປິດທອງເບິ່ງເຫລືອງອາລ່າມງາມຕາຍາວຕະຫລອດຝາ ເລົ່າເລື່ອງພະເວດສັນດອນຊາດົກ ໂດຍຝີມືຊ່າງຫລວງປະຈຳລາຊະການເຈົ້າມະຫາຊີວິດສີສະຫວ່າງວົງ ດ້ານລຸ່ມເປັນຮູບສັດຊະນິດຕ່າງໆ ມີຮູບຊ້າງນ້ຳຢູ່ດ້ານລຸ່ມຂວາຂອງພາບ ສ່ວນບານປະຕູແກະສະຫລັກເປັນຮູບເທວະດາສິລະປະແບບຊຽງຂວາງ ພາຍໃນພະອຸໂປສົດມີພະພຸດທະຮູບນັບໝື່ນນັບແສນອົງ ເທິງຝາສີແດງ ຄ້າຍກັບທີ່ເຄີຍພົບເຫັນໃນວັດບາງແຫ່ງຂອງແຂວງຊຽງໃໝ່ ສູນກາງເປັນພະພຸດທະຮູບຊົງເຄື່ອງ ມີພະພັກທີ່ງົດງາມ ຈັດເປັນກຸ່ມພະພຸດທະຮູບຫລວງພະບາງແບບໜຶ່ງ ກົງກັນຂ້າມດ້ານໜ້າພະອຸໂປສົດມີອາຄານກໍ່ອິດໂບກປູນຫລັງນ້ອຍໆ 2 ຫລັງຂະໜາດຕ່າງກັນ ເອິ້ນວ່າ "ອູບມຸງ" ຂະໜາບຂ້າງພະທາດຊົງດອກບົວສີ່ຫລ່ຽມ ອູບມຸງຫລັງໃຫຍ່ຫັນໜ້າມາທາງພະອຸໂປສົດ ພາຍໃນມີພະພຸດທະຮູບປາງມານວິໄຊຂະໜາດຂ້ອນຂ້າງໃຫຍ່ປະດິດສະຖານຢູ່ ສ່ວນອູບມຸງຫລັງນ້ອຍຫັນໜ້າອອກຖະໜົນ ບໍລິເວນພາຍໃນວັດໃຫມ່ ມີການຈັດວາງຜັງອາຄານກຸ່ມພຸດທະວາດ ແລະ ສັງຄາວາດແຍກອອກເປັນສັດສ່ວນ ມີແນວຕົ້ນໄມ້ນ້ອຍໆກັ້ນຢູ່ ໃນຊ່ວງປີໃໝ່ລາວ (ເດືອນເມສາຂອງທຸກປີ) ທາງການໄດ້ມີການອັນເຊີນ "ພະບາງ" ຊຶ່ງເປັນພະຄູ່ບ້ານຄູ່ເມືອງຂອງຫລວງພະບາງ ມາໄວ້ທີ່ລານດ້ານໜ້າຂອງວັດໃໝ່ແຫ່ງນີ້ ເພື່ອໃຫ້ປະຊາຊົນໄດ້ສົງນ້ຳອີກດ້ວຍ.



ວັດໃໝ່ ແຂວງຫຼວງພະບາງ

ວັດວິຊຸນນະຣາດ

ຫລວງພະບາງ ຈະເປັນເມືອງທີ່ມີວັດຢູ່ຢ່າງຫລວງຫລາຍ ແຕ່ວັດທີ່ເບິ່ງແປກຕາທີ່ສຸດຕ້ອງຍົກໃຫ້ວັດນີ້ ດ້ວຍພະທາດຮູບຮ່າງໂຄ້ງມົນເໝືອນໝາກໂມ ໂດດເດັ່ນເບິ່ງເຫັນແຕ່ໄກ ແມ່ນພຽງແຕ່ນັ່ງລົດຜ່ານໄປຍັງຖະໜົນວິຊຸລົນລາດ. ຈະເຫັນພະທາດຮູບຊົງໝາກໂມຜ່າເຄິ່ງນີ້ສະດຸດຕາ ຈົນມີຊື່ເອີ້ນ ຂອງຊາວຫລວງພະບາງວ່າ “ວັດພະທາດໝາກໂມ” ແລະ ພະທາດຮູບຊົງແປກຕານີ້ເອງທີ່ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ຍົກໃຫ້ມີຄວາມສຳຄັນ ວັດພະທາດໝາກໂມ ເຄີຍເປັນທີ່ປະດິດສະຖານ ພະບາງ ຊຶ່ງໄດ້ອາລາດທະນາຂຶ້ນມາຈາກເມືອງວຽງຄຳ ມີປະທຸມເຈດີ ຫລື ພະທາດດອກບົວໃຫຍ່ ຊຶ່ງພະນາງພັນຕີຊຽງ ພະອັກຄະລະມະເຫສີຂອງພະເຈົ້າວິຊຸນະລາດໂປດ ໃຫ້ສ້າງຂຶ້ນໃນ ປີ ຄ.ສ.1864 ຫລັງຈາກສ້າງວັດສຳເລັດແລ້ວ ທີ່ມາຂອງຊື່ພະທາດໝາກໂມ ມາຈາກການທີ່ຊາວຫລວງພະບາງເຫັນຮູບຊົງຂອງພະທາດຄ້າຍໝາກໂມຜ່າເຄິ່ງ ຫລື ເປັນຊົງໂອຄວ່ຳຄ້າຍສະຖູບ ແບບຟອງນ້ຳ ທີ່ເມືອງສານຈີ ປະເທດອິນເດຍ ຍອດພະທາດມີລັກສະນະຄ້າຍລັດສະໝີແປວໄຟ ຂອງພະພຸດທະຮູບແບບລັງກາຫລື ສຸໂຂໄທ ບໍລິເວນມຸມຖານຊັ້ນກາງ ແລະ ຊັ້ນເທິງ ມີພະທາດທິດຊົງດອກບົວຈູມທັງສີ່ມຸມ ພະທາດໝາກໂມນີ້ເຄີຍຖືກ ບູລະນະປະຕິສັງຂອນມາແລ້ວ 2 ຄັ້ງຄື: ໃນປີ ຄ.ສ.1859 ລາຊະສະໄໝຂອງເຈົ້າມະຫາຊີວິດສັກກະລິນ (ຄຳສຸກ) ຊຶ່ງເປັນພະລາຊະບິດາ ຂອງເຈົ້າມະຫາຊີວິດສີສະຫວ່າງວົງ ແລະ ບູລະນະອີກເທື່ອໃນປີ ຄ.ສ.1914 ໃນລາຊະສະໄໝ ຂອງເຈົ້າມະຫາຊີວິດສີສະຫວ່າງວົງ ໃນການບູລະນະເທື່ອນີ້ໄດ້ມີການຄົ້ນພົບບູຮານສິລະປະວັດຖຸຫລວງຫລາຍຢ່າງ ເຊັ່ນ:ເຈດີຄຳ, ພະພຸດທະຮູບຫລໍ່ສຳລິດ, ພະພຸດທະຮູບຄຳ, ພະພຸດທະຮູບເງິນ ໂດຍສະເພາະພະພຸດທະຮູບທີ່ແກະສະຫລັກຈາກແກ້ວ ເຊັ່ນດຽວກັບພະແກ້ວມໍລະກົດ. ບູຮານວັດຖຸນີ້ໄດ້ນຳຖວາຍເຈົ້າມະຫາຊີວິດສີສະຫວ່າງວົງ ແລະ ເກັບຮັກສາໄວ້ໃນ ພະລາດຊະວັັງຫລວງພະບາງຈົນເຖິງປັດຈຸບັນ ຖັດມາທີ່ຕົວ ພຣະອຸໂປສົດ ຫລື ທີ່ເອີ້ນວ່າ “ສິມ” ສ້າງຂຶ້ນເພື່ອໃຊ້ເປັນທີ່ປະດິດສະຖານ ພະບາງ ຕົວອຸໂປສົດ ມີຮູບຊົງແບບອາຄານໄທລື້ສິບສອງປັນນາ ຈຸດເດັ່ນຢູ່ທີ່ສ່ວນຄໍຊັ້ນສອງຈະຍົກລະດັບສູງຂຶ້ນໄປ ສ່ວນເທິງຫລັງຄາປະດັບດ້ວຍ“ໂຫງ່” ຮູບພະຍານາກ 3 ຫົວ ເຄິ່ງກາງສັນຫລັງຄາມີຊໍ່ຟ້າ ເປັນຮູບປາສາດຍອດສັດນ້ອຍໆ ຫຼຸດລື່ນຫລາຍຊັ້ນປະດັບຢູ່ ປ່ອງຢ້ຽມອຸໂປສົດ ປະດັບດ້ວຍລູກຕິ່ງຂະໜາດໃຫຍ່ ບານປະຕູດ້ານໜ້າທັງ 3 ຊ່ອງ ແກະສະຫລັກລົງຮັກປິດທອງຮູບພະສິວະ, ພະວິດສະນຸ, ພະພົມແລະ ພະອິນ ຢ່າງສວຍງາມຕາມແບບສິລະປະຊຽງຂວາງ ພາຍໃນອຸໂປສົດ ມີພະປະທານຂະໜາດໃຫຍ່ ດ້ານຫລັງພະປະທານມີບູຮານວັດຖຸທີ່ເກັບລວບລວມຈາກວັດຮ້າງຕ່າງໆ ໃນຫລວງພະບາງ ເຊັ່ນ ພະພຸດທະຮູບສຳລິດໄມ້ຈຳຫລັກລວດລາຍຕ່າງໆ, ພະພຸດທະຮູບໄມ້ແກະສະຫລັກລົງຮັກປິດທອງສູງເທົ່າຄົນແທ້ຈຳນວນຫລວງຫລາຍ


ວັດວິຊຸນ ແຂວງຫຼວງພະບາງ

ວັດຈອມເຂົາມະນີລັດ

ວັດຈອມເຂົາມະນີລັດແມ່ນວັດທີ່ຕັ້ງຢູ່ເທິງເນີນພູເໜືອເມືອງຫ້ວຍຊາຍ ຫັນໜ້າໄປທາງເມືອງ (ອຳເພີ) ຊຽງຂອງ (ໄທ) ມີຄວາມສູງປະມານ 100 ແມັດ, ຫ່າງຈາກທ່າເຮືອທ່າດ່ານ 200 ແມັດ, ພາຍໃນບໍລິເວນວັດ ມີພະອຸໂບສົດຂະໜາດກາງ ສ້າງດ້ວຍໄມ້ສັກ ສິລະປະແບບໄທໃຫຍ່ ພາຍໃນຝາຂອງພະອຸໂປສົດມີຮູບແຕ້ມສີນ້ຳມັນເປັນສິລະປະແບບລາວມີສີສັນທີ່ຈົບງາມ,ມີຫໍກອງເຊິ່ງມີລະຄັງ ແລະ ກອງໃຫຍ່. ຢູ່ເທິງຫໍກອງ ສາມາດເບິ່ງເຫັນທິວທັດຂອງແມ່ນ້ຳຂອງ ແລະ ຝັ່ງໄທ ໄດ້ຢ່າງຊັດເຈນ. ວັດຈອມເຂົາມະນີລັດ ໄດ້ຮັບການບູລະນະປະຕິສັງຂອນໃໝ່ ໂດຍສົມເດັດພຮະເທບພະຣັດ ຣາຊະສຸດາ ເມື່ອຄັ້ງທີ່ສະເດັດມາຢ້ຽມຢາມເມືອງຫ້ວຍຊາຍ ເມື່ອປີ ພ.ສ 2537. ນອກຈາກນີ້ຢູ່ເທິງພູໃກ້ກັນນີ້ ກໍຍັງມີປ້ອມກາ ໂນ ປ້ອມເກົ່າຂອງພວກລ່າເມືອງຂື້ນຝະລັ່ງ. ປັດຈຸບັນໃຊ້ເປັນທີ່ຕັ້ງຂອງກອງທັບລັດຖະບານລາວ ບໍ່ອະນຸຍາດໃຫ້ຄົນທຳມະດາເຂົ້າໄປຊົມ.


ວັດຈອມເຂົາມະນີລັດ ແຂວງບໍ່ແກ້ວ

ວັດເພຍວັດ

ວັດ​ເພຍ​ວັດ ຕັ້ງຢູ່ໃຈກາງຂອງ ເມືອງຄູນ ເຊິ່ງ ຫ່າງຈາກຕົວ ເມືອງ ໂພນສະຫວັນ ປະມານ 30 ກິໂລແມັດ, ເປັນວັດທີ່ສ້າງຕັ້ງຂຶ້ນກ່ອນໝູ່ໝົດ ໃນດິນແດນຂອງ ເມືອງພວນ; ສ້າງຂຶ້ນໃນປີ ຈສ 744, ຈົນມາຮອດປະຈຸບັນ (2006) ມີອາຍຸໄດ້ 675 ປີ. ເຈົ້າລ້ານຄຳກອງ ເປັນອາດຍາປົກຄອງ ເມືອງພວນ ໄດ້ນຳພາປະຊາຊົນ ເພື່ອຊອກ ຫາຊ່າງ ຜູ້ມີສີມືໃນການສ້າງວັດວາອາຮາມ ຈຶ່ງພົບອາຈານທຳມະຄາຖາ ຜູ້ທີ່ມີສີມືໃນການສ້າງວັດ ຢູ່ ຫຼວງພະບາງມາແລ້ວມາສ້າງ. ພໍສ້າງສຳເລັດແລ້ວ ເຈົ້າລ້ານຄຳກອງ ໄດ້ນຳ ພະພຸດທະຮູບ ອົງສັກສິດ ມາຈາກຫົງສາວະດີ (ພະມ້າໃນປະຈຸບັນ) ມາປະທັບໄວ້ ທີ່ວັດດັ່ງກ່າວ. ໃນຍຸກສະ​ໄໝນັ້ນ ເມືອງພວນ ມີຄວາມຈະເລີນຮຸ່ງເຮືອງເຖິງຂີດສຸດ.        ດັ່ງນັ້ນ ວັດເພຍວັດ ຈຶ່ງເປັນບ່ອນຮ່ຳຮຽນ ຂອງ ພະສົງສາມະເນນ ໃນຍຸກນັ້ນ. ຕົກມາຮອດຊຸມປີ ຄສ 1874, ຈສ 1287 ສົງຄາມພາຍນອກ ໄດ້ເຂົ້າມາມ້າງ ເພທຳລາຍ (ເສິກຫໍ້) ເຊິ່ງພວກເຂົາ ໄດ້ຕັດແຂນພະເຈົ້າອົງຕື້ເບື້ອງຊາຍອອກ ເພື່ອຊອກຫາໂລຫະທີ່ມີຄ່າ ແຕ່ສິມຍັງບໍ່ຖືກທຳລາຍ. ມາຮອດປີ ຄສ 1953, ຈສ 1315 ໄດ້ຖືກສົງຄາມ ຂອງຈັກກະພັດ ຝຣັ່ງ ທໍາລາຍສິມ ແລະ ພະພຸດທະຮູບ ເຮັດໃຫ້ເພພັງຢ່າງໜັກ. ຕໍ່ມາ ຮອດປີ ຄສ 1954 ເຈົ້າສຸດທະກຸມມານ (ເຈົ້າຊາຍຄຳ) ເປັນເຈົ້າປົກຄອງ ເມືອງພວນ ໄດ້ນຳພາປະຊາຊົນຊາວ ເມືອງພວນ ປະຕິສັງຂອນວັດ ແລະ ສິມຄືນໃໝ່ ເຮັດໃຫ້ມີຄວາມສວຍງາມ ຄື ກັບສະໄໝກ່ອນ. ມາຮອດປີ ຄສ 1969, ຈສ 1331 ໄດ້ຖືກສົງຄາມ ຂອງຈັກະພັດອາເມລິກາ ທຳລາຍຈົນໝົດກ້ຽງ ຈຶ່ງຍັງເຫຼືອພຽງແຕ່ ພະພຸດທະຮູບ ທີ່ຖືກບາດແຜຕາກແດດ ໃຫ້ເຮົາເບິ່ງເຖິງທຸກວັນນີ້. ວັດ​ເພຍ​ວັດ ​ຈະ​ຕ້ອງ​ໄດ້​ປັບປຸງ​ ບູລະນະ​ປະຕິສັງຂອນ​ຄືນ​ໃໝ່ ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ສວຍ​ງາມ ​ຂອງ​ພະ​ພຸດທະ​ຮູບ ​ແລະ ສິມ​ເກົ່າ​ໄວ້. ນອກຈາກ​ນີ້ ຍັງ​ມີ​ສິ່ງ​ໜຶ່ງ ​ທີ່​ຈຳ​ເປັນ​ຫຼາຍ ​ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​​ ເຊັ່ນ: ບ່ອນ​ຈອດ​ລົດ​ ຂອງ​ນັກ​ທ່ອງ​ທ່ຽວ ​ແລະ ພໍ່​ແມ່​ປະຊາຊົນ​ ທີ່​ມາ​ເຮັດບຸນສິນ​ກິນ​ທານ​ ຢູ່​ວັດ​ແຫ່ງ​ນີ້

ວັດເພຍວັດ ແຂວງຊຽງຂວາງ

ວັດຫຼວງປະເຊ

ວັດຫລວງ ຕັ້ງຢູ່ແຄມນ້ຳເຊໂດນທາງທິດເຫນືອຂອງຕະຫລາດເກົ່າວັດຫລວງສ້າງຂຶ້ນໃນປີ ຄ.ສ 1935 ເປັນວັດເກົ່າແກ່ແລະມີຄວາມ ສຳຄັນໃນເມືອງປາກເຊ ເພາະເປັນສະຖານທີ່ມ້ຽນອັດຖີ ຂອງລາຊະວົງສາຍຈຳປາສັກຫລາຍພະອົງ ລວມທັງອັດຖິຂອງ ທ່ານກະຕ່າຍ ໂດນສະໂສລິດ ອະດີດລັດຖະມົນຕີລະບອບເກົ່າ. ມີລັກສະນະເປັນສະກຸບເຈດີ ຢັງຢາຍຮອບວັດຈຸດເດັ່ນຫນ້າຊົມຢູ່ບ່ອນບານປະຕູ ແລະປ່ອງ ຢ້ຽມຂອງສິມ ແກະສະຫລັກດ້ວຍໄມ້ລວດລາຍສວຍງາມ ຖັດມາທາງຂວາຂອງສິມເປັນອາຄານເກົ່າແກ່ ເຊິ່ງໃຊ້ເປັນຫໍສະໝຸດ ແລະ ສຳ ນັກງານຂອງຄູ ສ່ວນດ້ານຫລັງເປັນອາຄານໄມ້ 2 ຊັ້ນຕິດຢູ່ກັບແມ່ນ້ຳເຊໂດນໃຊ້ເປັນໂຮງຮຽນສອນພຸດທະສາສະຫນາສຳລັບສົງ.

ວັດຫຼວງປາກເຊ ແຂວງຈຳປາສັກ

ວັດຈອມເພັດ

ວັດຈອມເພັດ ຕັ້ງຢູ່ບ້ານດອນເຂາະ ເມືອງປາກເຊ ແຂວງຈຳປາສັກ ຫ່າງຈາກຕົວເມືອງປາກເຊ ໄປທາງທິດເໜືອປະມານ 7 ກິໂລແມັດ. ຈຸດເດັ່ນຂອງວັດແມ່ນມີພະພຸດທະຮູບອົງໃຫຍ່ ໃຫ້ທ່ານໄດ້ກາບໄຫວ ແລະ ທ່ຽວຊົມການຄວັດຫິນໃຫ້ເປັນພະພຸດທະຮູບ ມີ່ເປັນເອກະລັກ ແລະ ປານິດຂອງປະຊາຊົນໃນບ້ານ.



ວັດຈອມເພັດ ແຂວງຈຳປາສັກ

10.02.2561

ວັດສີສະເກດ

ອານາຈັກລາວລ້ານຊ້າງ ໃນປີ ພສ 1896 (ຄສ 1353) ໄດ້ສະຖາປະນາ ເມືອງຊວາ ເປັນເມືອງເອກແຫ່ງອານາຈັກລາວລ້ານຊ້າງແລະ ໃນປີ ພສ 1900 ( ຄສ 1357 ) ໄດ້ເຕົ້າໂຮມເປັນເອກະລາດ ເອກະພາບ ອັນໜຶ່ງອັນດຽວກັນ ໃນສະໄໝລັດຊະການພຣະເຈົ້າຟ້າງຸ່ມ ຊື່ງເປັນອານາຈັກລາວລ້ານຊ້າງທີ່ກວ້າງໃຫຍ່ໄພສານ ມີຄວາມເຂັ້ມແຂງ ປະມານ 400 ກວ່າປີ,ຈົນມາຮອດໄລຍະອານາຈັກລາວລ້ານຊ້າງ ແບ່ງອອກເປັນ 3 ອານາຈັກ ໃນປີ ພສ 2250 (ຄສ 1707) ແລະພສ 2256 ( ຄສ 1713) ຄື ອານາຈັກລາວລ້ານຊ້າງວຽງຈັນ, ອານາຈັກລາວລ້ານຊ້າງຫລວງພຣະບາງ ແລະ ອານາຈັກລາວລ້ານຊ້າງຈຳປາສັກມາເຖິງ ປີ ພສ 2321 (ຄສ 1778) ສາມອານາຈັກລາວລ້ານຊ້າງ ກໍໄດ້ຖືກຮຸກຮານ ຈາກ ເຈົ້າຕາກສິນກັບແມ່ທັບເອກ ພຣະມະຫາກະສັດເສີກ (ກຸງທົນບູລີ) ແລະ ຈົນໄດ້ຕົກເປັນປະເທດສະຣາດ ຫລືວ່າຫົວເມືອງ ສ່ວຍ ຂອງກຸງຣັດຕະນະໂກສິນ ເຖິງປີພສ 2436 (ຄສ1893)ປະມານ 100 ກວ່າປີ. ຕອນນັ້ນ ພຣະເຈົ້າອະນຸວົງສ໌ ກໍຄືກັບຣາດຊະວົງອົງອື່ນໆໂດຍສະເພາະຣາຊະວົງໃນກະສັດແຫ່ງອານາຈັກລາວລ້ານຊ້າງວຽງຈັນໄດ້ຖືກກວດຕ້ອນໄປເປັນຕົວປະກັນຢູ່ກຸງທົນບູລີ.ໃນປີ ພສ 2347 (ຄສ 1804) ຣັດຊະການທີ II ຂອງກຸງຣັດຕະນະໂກສິນ ຈຳເປັນຕ້ອງຕັ້ງ ພຣະເຈົ້າອະນຸວົງສ໌ ໃຫ້ຄອງນະຄອນຫລວງວຽງຈັນຈັນທະບູລີສີສະຕະນາຄະນາຫຸດອຸດຕະມະລາຊະທານີ ອານາຈັກລາວລ້ານຊ້າງ ວຽງຈັນຕໍ່ໄປ. ພຣະເຈົ້າ ອະນຸວົງສ໌ ນັບວ່າເປັນວິຣະກະສັດ ອົງສຳຄັນໃນຣາດຊະວົງ ແຫ່ງອານາຈັກລາວລ້ານຊ້າງ ພຣະອົງເປັນກະສັດ ສະຫລຽວສະຫລາດ ກ້າຄິດກ້າທຳ ກ້າຕັດສິນພຣະໄທ ທັງສາຍພຣະເນດກວ້າງໄກ ພະອົງໄດ້ນຳພາໄພ່ຟ້າລາດສະດອນເຕົ້າໂຮມຄວາມສາມັກຄີສ້າງບ້ານແປງເມືອງຄືນໃໝ່ ໄດ້ປະຕິສັງຂອນ ປູຊະນິຍະສະຖານຄືນໃໝ່ເຊັ່ນ: ພຣະທາດຫລວງ, ຫໍພຣະແກ້ວແລະໄດ້ສ້າງວັດສີສະເກດ ທີ່ມີຄວາມສຳຄັນທາງດ້ານປະຫວັດສາດ ວິວັດທະນາການ ຂອງປະຊາຊົນລາວ, ທາງດ້ານວັດທະນະທຳ ອຸດົມຄະຕິ,ຄວາມອາດສາມາດ ໃນອະດີດທີ່ຜ່ານໄປທີ່ໄດ້ສະແດງອອກທາງດ້ານ ປະຕິມາກຳສິນ,ຈິດຕະກຳສິນ ແລະອື່ນໆອີກ.ວັດສີສະເກດ ແຕ່ຊື່ທີ່ຈາລຶກໄວ້ໃນແຜ່ນສິລາວ່າ “ສະຕະສະຫັສສາຣາມ” (ແປວ່າ ວັດແສນ) ແຕ່ຄົນທັງຫລາຍເອີ້ນວ່າ “ວັດສີສະເກດ” ສ້າງຂຶ້ນ ເມື່ອປີ ພສ 2361 (ຄສ 1818) ວັດນີ້ໃນອະດີດຕັ້ງຢູ່ຕິດກັບບໍລິເວນພຣະຣາດຊະວັງຫລວງດ້ານຕາເວັນອອກ ສ່ຽງເໜືອ ແລະຕັ້ງຢູ່ດ້ານໃນກຳແພງບູຮານວຽງຈັນຊັ້ນໃນ ປັດຈຸບັນນີ້ ເບື້ອງທ່າຕິດກັບຖະໜົນສຸຸພານຸວົງ ເບື້ອງທົ່ງຕິດກັບທະນາຄານພັດທະນາອາຊີ ຫ່າງໄກຈາກແມ່ນ້ຳຂອງປະມານ 250 ແມັດ ວັດສີສະເກດນີ້ສ້າງໄດ້ 10 ປີກໍຖືກສົງຄາມ ພຣະນັ່ງເກົ້າເຈົ້າຢູ່ຫົວ ຣັດຊະການທີ III ຂອງກຸງຣັດຕະນະໂກສິນ ເຂົ້າມາຮຸກຮານແລະ ມ້າງເພທຳລາຍ ພ້ອມກັບການທຳລາຍນະຄອນຫລວງວຽງຈັນ ແຕ່ຫລັງສົງຄາມໄດ້ຜ່ານພົ້ນໄປ ປະຊາຊົນລາວ ກໍໄດ້ຟຶ້ນຟູວັດໃຫ້ຄືນດີດັ່ງເກົ່າ ໂດຍຮັກສາຮູບລັກສະນະການກໍ່ສ້າງເດີມໄວ້ທຸກຢ່າງ.ໃນວັດສີສະເກດ ແມ່ນມີສິ່ງຢັ້ງຢືນທາງດ້ານມໍລະດົກ,ວັດທະນະທຳ ໃຫ້ຄຸນຄ່າທາງດ້ານສິລະປະ ສະຖາປັດຕະຍະກຳສິນ ປະຕິມະກຳສິນ ຈິດຕະກຳສິນ ຫລາຍຢ່າງເຊັ່ນ ກົມມະລຽນ ຫລືສາລາຈົງກົມອ້ອມຮອບທັງ 4 ທິດ ແມ່ນວັດຖຸກໍ່ສ້າງທີ່ມີເຕັກນິກທາງດ້ານວິທະຍາສາດ,ຫົວຄິດປະດິດສ້າງຂອງຄົນລາວເຮົາບູຮານ ເພື່ອຮັບໃຊ້ສັງຄົມຕາມຍຸກສະໄໝ ເຊິ່ງເປັນສິລະປະແບບໃໝ່ຂອງອານາຈັກລ້ານຊ້າງວຽງຈັນ ໃນຕົ້ນສະຕະວັດທີ XIX ກົມມະລຽນ ມີຄວາມຍາວເບື້ອງລະ 55 ແມັດ ເສົາມີ 60 ຕົ້ນ ເສົາແຕ່ລະຕົ້ນຫ່າງກັນ 2.80 ແມັດ, ຫລັງຄາມຸງດ້ວຍດິນຂໍ ກົມມະລຽນ ສີ່ ດ້ານນີ້ຈະມີ ມຸກຊຶ່ງເປັນປະຕູທາງເຂົ້າທັງ ສີ່ ເບື້ອງ ສີໜ້າຂອງມຸກເຮັດດ້ວຍໄມ້ເນື້ອດີແກະສະລັກເປັນຮູບພຣະພຸດໂພທິສັດ ມີຮູບນົກ ແລະຮູບດອກໄມ້ຊະນິດຕ່າງໆ. ສະເພາະຝາຜະໜັງຂອງກົມມະລຽນ ມີຊ່ອງກຸດທີ່ເປັນຮູບໃບໂພ ມີຈຳນວນທັງໝົດ 3,420 ຊ່ອງ ແຕ່ລະຊ່ອງມີພຣະພຸດທະຮູບນ້ອຍປາງມາຣະວິໄຊ 2 ອົງທີ່ເຮັດດ້ວຍປະທາຍເພັດລວມຈຳນວນທັງໝົດມີ 6,840 ອົງທີ່ປະດິດສະຖານຢູ່ໃນຊ່ອງກຸດຂອງກົມມະລຽນ ຖ້ານລຸ່ມຕິດຝາກົມມະລຽນທັງສີ່ດ້ານ ມີພຣະພຸດທະຮູບປາງມາຣະວິໄຊ ທີ່ເຮັດດ້ວຍປະທາຍເພັດ ມີຈຳນວນ 120 ອົງ. ແຕ່ປີພ.ສ 2495-2512 (ຄ.ສ 1952-1969) ການສະສົມ ແລະທ້ອນໂຮມເອົາວັດຖຸບູຮານໄດ້ຈາກວັດເກົ່າທີ່ຖືກສົງຄາມສັກດີນາຕ່າງດ້າວເຂົ້າມາທຳລາຍມ້າງເພໃນປາງສົງຄາມກວາດລ້າງປຸ້ນສະດົມ ເມືອງວຽງຈັນ ປະຕິມະກຳ ທີ່ເຫລືອເມື່ອນັ້ນປະຊາຊົນລາວບັນດາເຜົ່າຈຶ່ງໄດ້ມີໂອກາດທ້ອນໂຮມໄວ້ຢູ່ໃນສິມ ແລະກົມມະລຽນ ເຊັ່ນ ພຣະພຸດທະຮູບທີ່ເຮັດດ້ວຍຫີນຊາຍ(ສະຕະວັດທີ 11 - 13)ສິລະປະສະໄໝຊາຍຟອງ ພຣະພຸດທະຮູບທີ່ເຮັດດ້ວຍທອງສຳລິດ (ສະຕະວັດທີ 15 - 18 ) ສິລະປະລ້ານຊ້າງ,ພຣະພຸດທະຮູບ,ຫີບພຣະຄຳພີ,ຮາງຫົດສົງທີ່ເຮັດດ້ວຍ ໄມ້ (ສະຕະວັດທີ 17-19 ) ແລະສິລາຈາລຶກ ເປັນແຜ່ນຫີນສີນໍ້າຕານທີ່ມີຄວາມສຳຄັນໃຫ້ຄຸນຄ່າທາງດ້ານ ຕົວອັກສອນສາດ,ປະຫວັດສາດ ທີ່ບັນທືກວັດຖຸອຸປະກອນໃນການກໍ່ສ້າງວັດສີສະເກດ. ໃນຈຸດໃຈກາງຂອງກົມມະລຽນອ້ອມຮອບທັງສີ່ດ້ານນັ້ນ ແມ່ນທີ່ຕັ້ງຂອງສິມ ເປັນຮູບສີ່ຫລ່ຽມຍາວ ມີເນື້ອທີ່ 296,56 ຕາແມັດ (ຍາວ 25,40 ແມັດ,ກວ້າງ 15,70 ແມັດ) ຢູ່ໃນສິມມີພຣະພຸດທະຮູບອົງແສນ ເປັນພຣະປະທານ ປາງມາຣະວິໄຊ ພຣະພຸດທະຮູບອົງນີ້ຫລໍ່ຂຶ້ນໃນສະໄໝອານາຈັກລາວລ້ານຊ້າງ ຈະເລີນຮຸ່ງເຮື່ອງທັງເປັນພຣະພຸດທະຮູບທີ່ມີຄຸນຄ່າ ສຳຄັນທາງດ້ານປະຫວັດສາດ ສາສະໜາ ວັດທະນະທຳຂອງລາວ ເຮັດດ້ວຍທອງສຳລິດ (ໂລຫະປະສົມມີ ຄຳ,ເງິນ,ທອງ,ຊື່ນ) ມາຮອດໃນສະໄໝລັດຊະການພຣະເຈົ້າ ອະນຸວົງສ໌ຈຶ່ງໄດ້ສັ່ງໃຫ້ນາຍຊ່າງເອົາປະທາຍເພັດໂອບ ປະດັບປະດາ ແລະຮູບຊົງຍັງແມ່ນແບບເດີມ ຕ່າງແຕ່ມີຂະໜາດ ໃຫຍ່ກວ່າເກົ່າ. ລຸ່ມຖ້ານຂອງພຣະເຈົ້າອົງແສນ ແມ່ນຮາວທຽນທີ່ສ້າງຂຶ້ນໃນປີ ພສ 2361 (ຄສ 1818) ມີລວງສູງ 1.88 ແມັດ,ກວ້າງ 2.10 ແມັດຮາວທຽນນີ້ແມ່ນໃຊ້ສຳລັບຕິດທຽນບູຊາ ໃນພິທີກຳທາງສາສະໜາ, ຊຶ່ງເປັນສິລະປະສະກຸນຊ່າງລາວລ້ານຊ້າງວຽງຈັນແກະສະຫລັກທີ່ໂດດເດັ່ນປານີດພິສະດານສວຍງາມໃນສະໄໝລັດຊະການພຣະເຈົ້າອະນຸວົງສ໌ ຮາວທຽນນີ້ຖືວ່າເປັນມໍລະດົກອັນລໍ້າຄ່າຂອງປະຊາຊົນລາວບັນດາເຜົ່າ ແຕ່ອະດີດຈົນເຖິງປັດຈຸບັນ ແລະ ທັງເປັນອຸປະກອນຊະນິດໜຶ່ງຊຶ່ງເປັນຫລັກຖານທາງປະຫວັດສາດ ສາສະໜາ ວັດທະນະທຳທີ່ເປັນເອກະລັກຂອງຊາດລາວໂດຍແທ້. ຮາວທຽນນີ້ຍັງເປັນປະຕິມາກຳສິນໃຫ້ຄວາມສົນໃຈຈາກນັກຄົ້ນຄວ້າ ຊາວລາວແລະ ຊາວຕ່າງປະເທດອີກດ້ວຍ. ໃນປີ ພສ 2473 (ຄ.ສ 1930) ມະຫາອຸປະລາດ (ສະເດັດເຈົ້າບຸນຄົງ) ໄດ້ໃຫ້ນາຍຊ່າງຈຳລອງຮາວທຽນແລ້ວໄດ້ເອົາໄປວາງສະແດງຢູ່ ປາຣີ (ປະເທດຝຣັ່ງເສດ) ແລະ ໂອຊາກະ (ປະເທດຍີ່ປຸ່ນ) ແລ້ວນຳມາໄວ້ຢູ່ໃນຫໍພຣະແກ້ວວຽງຈັນ ຈົນເຖິງປັດຈຸບັນນີ້. ຝາສິມທັງສີ່ເບື້ອງຈະເປັນຊ່ອງກຸດລວມທັງໝົດມີ 1,026 ຊ່ອງ ແຕ່ລະຊ່ອງກຸດ ບັນຈຸພຣະພຸດທະຮູບນ້ອຍ ຊ່ອງລະ 2 ອົງຮວມທັງໝົດມີຈຳນວນ 2,052 ອົງ ແລະຝາຜະໜັງຂອງສິມມີຮູບແຕ້ມໃສ່ຝາຜະໜັງເລື່ອງພື້ນເມືອງຊາດົກເລື່ອງ: ພະລະສັງຂະຫຍາຊຶ່ງຕົວລະຄອນເອກແມ່ນເຈົ້າຊາຍໂບກຂະລະພັດ ການແຕ້ມແຕ່ງນີ້ ເປັນສີມືຊ່າງຂອງນັກຈິດຕະກຳສິນລາວເຮົາໃນສະໄໝນັ້ນໄດ້ພັນລະນາເຖິງທີ່ຕັ້ງຂອງພະລາດຊະວັງ ຫໍ ໂຮງ ພຸດທະປະຫວັດຂອງພຣະພຸດທະເຈົ້າ, ການດຳລົງຊີວິດຂອງໄພ່ຟ້າລາດສະດອນ,ພາບທຳມະຊາດ. ສິມສີສະເກດ ແມ່ນສະຖານທີ່ສຳຄັນ, ສັກສິດ ປະດິດສະຖານພຣະພຸດທະຮູບປະທານ (ອົງແສນ) ພຣະພຸດທະຮູບປາງຕ່າງໆ,ວັດຖຸທີ່ສຳຄັນທີ່ຮັບໃຊ້ພິທີກຳທາງສາສາໜາ ເປັນບ່ອນປະຕິບັດສາສະນາກິດຂອງພຣະພິກຂຸສົງ ສະຖານທີ່ສູດປະຕິໂມກ ແລະໃຊ້ໃນພິທີບວດ ນອກຈາກນັ້ນ ໃນເມື່ອກ່ອນຈະໃຊ້ໃນພິທີດື່ມນໍ້າສັດຈະ ໃນການປົກຄອງບ້ານເມືອງໃນສະໄໝກ່ອນ.ສິມ ແລະກົມມະລຽນສີສະເກດ ແມ່ນສະຖາປັດຕະຍະກຳສິນລາວ ຊຶ່ງປະກອບມີ ປະຕິມະກຳສິນ,ຈິດຕະກຳສິນທີ່ເປັນຂໍ້ມູນຫລັກຖານທາງບູຮານຄະດີ ມີຄວາມສຳຄັນໃຫ້ຄຸນຄ່າທາງດ້ານປະຫວັດສາດ,ວັດທະນະທຳ ສາສະໜາ ຄວາມເຊື່ອຖືທີ່ປະຕິບັດຮີດຄອງປະເພນີ ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າແຕ່ອາດີດຈົນເຖິງປັດຈຸບັນ ໃຫ້ຍືນຍົງຄົງຕົວກັບຊົນຊາດລາວຕະຫລອດໄປ.



ວັດສີສະເກດ ແຂວງນະຄອນຫຼວງ

ວັດຊຽງຄວານ

ສະຖານທີ່ ຊຶ່ງຖືກຈັດສັນກໍ່ໃຫ້ເກີດເປັນສວນ ທີ່ບໍ່ຄືສະຖານທີ່ ແຫ່ງອື່ນໃດນີ້ຕັ້ງຢູ່ລຽບແຄມນ້ຳຂອງ ຫ່າງຈາກຕົວເມືອງນະຄອນ ຫຼວງວຽງຈັນປະມານ 27 ກິໂລແມັດ ຜ່ານຂົວມິດຕະພາບໄປບໍ່ເທົ່າໃດກິໂລແມັດ. ກົງກັນຂ້າມກັບຄວາມຈິງທີ່ຮຽກສະຖານ ທີ່ແຫ່ງນີ້ວ່າວັດເພາະຈະບໍ່ມີ ລັກສະນະ ທີ່ຊີ້ບອກເຖິງຄວາມໝາຍຂອງການເປັນວັດ. ແຕ່ທີ່ຈິງແລ້ວ ຈະເອີ້ນສະຖານທີ່ແຫ່ງນີ້ວ່າ ສວນອຸດທະຍານພຣະພຸດທະຮູບເພາະເປັນສວນທີ່ເຕັມໄປດ້ວຍ ພຣະພຸດທະຮູບປາງຕ່າງໆ ປັ້ນຫຼໍ່ດ້ວຍສີມັງ ມີທັງອົງນ້ອຍ ແລະ ອົງໃຫຍ່. ໜື່ງໃນນັ້ນອົງທີ່ເດັ່ນກໍ່ເຫັນຈະເປັນ ພະພຸດທະຮູບ ປາງນອນ ມີຄວາມຍາວປະມານ 50 ແມັດ.ສວນແຫ່ງນີ້ ສ້າງ ຂື້ນໃນຕົ້ນປີ 1950 ໂດຍພຣະສົງຕາມຕຳນານເລື່ອງຂອງສາສະໜາພຸດ ແລະ ສາສະໜາຮິນດູ ທີ່ປະສົມປະສານກັນ. ເປັນສະ ຖານທີ່ ທີ່ມີທັງຄົນລາວ ແລະ ຄົນຕ່າງປະເທດ ມັກໄປທ່ຽວຊົມໂດຍສະເພາະ ໃນວັນເສົາ ແລະ ວັນອາທິດ.ນອກນັ້ນທີ່ສວນນີ້ ຍັງມີຮ້ານອາຫານ ແລະ ຮ້ານຂາຍເຄື່ອງທີ່ລະນຶກ. ປະຕິມາກຳທີ່ຜູ້ຄົນ ໃຫ້ຄວາມສົນໃຈເຂົ້າໄປຊົມທີ່ສຸດ ແມ່ນຫົນທາງໄປສູ່ສະ ຫວັນຊັ້ນ 7 ໃນລາຫູຍັກ.



ວັດຊຽງຄວານ ແຂວງນະຄອນຫຼວງ

ວັດທາດຫຼວງ

ສ້າງຂຶ້ນໃນປີ ຄ.ສ 1818 ໃນສະໄໝເຈົ້າມະຫາຊີວິດມັນທາຕຸລາດ ຊຶ່ງເປັນສະໄໝຟື້ນຟູພະພຸດທະສາດສະໜາ ຂອງນະຄອນຫລວງພະບາງ ເຊື່ອວ່າວັດນີ້ສ້າງທັບບໍລິເວນວັດເກົ່າເນື່ອງຈາກພົບບູຮານສະຖານເກົ່າແກ່ເປັນຮ່ອງຮອຍວັດ ວັດທາດຫລວງມີສາດສະໜາ ສະຖານທີ່ມີຄວາມສຳຄັນທາງປະຫວັດສາດຫລາຍຢ່າງໄດ້ ແກ່ ພຣະອຸໂປສົດກໍ່ອິດໂບກປູນ ເມື່ອບູລະນະມີການຕິດດອກດວງທີ່ບານປະຕູ ແລະ ປ່ອງຢ້ຽມ ລົງລັກ ປິດທອງເບິ່ງສວຍງາມຫລາຍ ດ້ານຫລັງມີອົງພະທາດສູງ ຊຶ່ງເບິ່ງເຫັນໄດ້ຈາກຖະໜົນດ້ານນອກ ສ້າງເທື່ອທຳອິດມີຂະໜາດກາງ ຕໍ່ມາຊຸດໂຊມລົງ ແລະ ງ່ຽງລົງເລັກນ້ອຍບູລະນະໃນປີ ຄ.ສ.1935 ລັກສະນະເປັນພະທາດຍອດຮູບວົງກົມ ຊົງລະຄັງປະດັບຊໍ່ຟ້າ ຕັ້ງເທິງຖານສີ່ຫລ່ຽມ 7 ຊັ້ນ, ສູງປະມານ 3 ແມັດ. ອີກຈຸດໜຶ່ງທີ່ສຳຄັນຄືພະທາດດ້ານໜ້າ ພຣະອຸໂປສົດສ້າງທັບພະທາດອົງເກົ່າ ໃຊ້ບັນຈຸພະອັດຖິຂອງເຈົ້າມະຫາຊີວິດສີສະຫວ່າງວົງສ໌.



ວັດທາດຫຼວງ ແຂວງຫຼວງພະບາງ

ວັດຊຽງທອງ

"ວັດຊຽງທອງ" ຊຶ່ງເປັນວັດທີ່ສຳຄັນ ແລະ ມີຄວາມງົດງາມທີ່ສຸດແຫ່ງນີ້ ຈົນໄດ້ຮັບການຍົກຍ້ອງຈາກນັກບູຮານຄະດີ ວ່າເປັນດັ່ງອັນຍະມະນີແຫ່ງສະຖາປັດຕະຍະກຳລາວ ວັດຊຽງທອງຖືກສ້າງຂຶ້ນໃນລາຊະສະໄໝພຣະເຈົ້າໄຊເສດຖາທິລາດ ຫລັງຈາກສ້າງວັດນີ້ບໍ່ດົນພະອົງກໍຊົງຍ້າຍເມືອງຫລວງໄປຍັງນະຄອນວຽງຈັນ ແລະ ວັດນີ້ຍັງໄດ້ຮັບການອຸບປະຖຳເບິ່ງແຍງ ຈາກເຈົ້າມະຫາຊີວິດສີສະຫວ່າງວົງ ແລະ ເຈົ້າມະຫາຊີວິດສີສະຫວ່າງວັດທະນາ ເຈົ້າມະຫາຊີວິດ ສອງພະອົງສຸດທ້າຍຂອງລາວ ເມື່ອເດິນທາງມາເຖິງວັດນີ້ສິ່ງທຳອິດກໍຄືການໄປຊົມພຣະອຸໂປສົດ ຫລື ທີ່ເອີ້ນວ່າ “ສິມ” ແມ່ນຂະໜາດ ຈະບໍ່ໃຫຍ່ ແຕ່ກໍສະແດງເຖິງສະຖາປັດຕະຍະກຳທາງສາດສະຫນາແບບຫລວງພະບາງແທ້ໆ ດ້ວຍຫລັງຄາພຣະອຸໂປສົດ ທີ່ແອ່ນໂຄ້ງຊ້ອນກັນຢູ່ 3 ຊັ້ນ ຫຼຸດລື່ນເກືອບຮອດຖານຈົນເບິ່ງຄ່ອນຂ້າງເຕີ້ຍ ສ່ວນກາງຂອງຫລັງຄາມີເຄື່ອງຍອດສີທອງຊຶ່ງຊາວລາວຈະຮຽກວ່າ “ຊໍ່ຟ້າ ” ປະກອບດ້ວຍ 17 ຊໍ່ ອັນມີຄວາມຫມາຍວ່າເປັນ "ສິມ” (ອຸໂປສົດ) ທີ່ເຈົ້າມະຫາຊີວິດຊົງສ້າງຂຶ້ນ ສ່ວນ “ສິມ” ທີ່ຄົນສາມັນສ້າງຈະມີຊໍ່ຟ້າພຽງ 1-7 ຊໍ່ເທົ່ານັ້ນ ເຊື່ອກັນວ່າບໍລິເວນປ່ອງສີ່ຫລ່ຽມນ້ອຍໆ ເຄິ່ງກາງຂອງຊໍ່ຟ້າເຄີຍໃຊ້ເປັນທີ່ເກັບຂອງມີຄ່າ ປະຈຸບັນເຫລືອພຽງປ່ອງວ່າງເປົ່າ ຖັດມາທີ່ສ່ວນຂອງໜ້າບັນມີ “ໂຫງ່” ຮູບຮ່າງຄ້າຍຫົວນາກເປັນສ່ວນປະດັບຕາມຄະຕິທຳທາງພຸດທະສາດສະຫນາເມື່ອຍ່າງເຂົ້າຕໍ່ມາທີ່ປະຕູພະອຸໂປສົດ ຈະສະດຸດຕາກັບລວດລາຍແກະສະຫລັກອັນສວຍງາມ ເຊັ່ນດຽວກັບທີ່ປ່ອງຢ້ຽມ ຝາພາຍໃນກໍສວຍງາມດ້ວຍລວດລາຍປິດທອງສະຫລຸເທິງພື້ນສີດຳ ເລົ່າເລື່ອງພຸດທະປະຫວັດ, ທ້າວສີທົນ, ພະເຈົ້າ10ຊາດ ແລະ ພາບນິທານເພື່ອນບ້ານ ເລິກເຂົ້າໄປຄືພະປະທານຊຶ່ງມີຊື່ວ່າ “ພະອົງຫລວງ” ນອກຈາກວັດຊຽງທອງຈະມີພະອຸໂປສົດທີ່ໂດດເດັ່ນດ້ວຍສະຖາປັດຕະຍະກຳແບບລ້ານຊ້າງແລ້ວ ການຕົບແຕ່ງລວດລາຍຕາມຝາພາຍໃນກໍສວຍງາມຄືກັນ ບໍລິເວນຝາດ້ານຫລັງຂອງພະອຸໂປສົດກໍມີການຕົບແຕ່ງດ້ວຍການເອົາແກ້ວສີມາຕັດຕໍ່ກັນເປັນຮູບຕົ້ນໂພຂະໜາດໃຫຍ່ ດ້ານຂ້າງກໍຕິດເປັນຮູບສັດໃນວັນນະຄະດີ ຍາມບ່າຍທີ່ແສງແດດສ່ອງສະທ້ອນລົງມາເບິ່ງງົດງາມ ຖັດມາບໍລິເວນດ້ານຂ້າງ ແລະ ດ້ານຫລັງຂອງພະອຸໂປສົດ ເປັນທີ່ຕັ້ງຂອງວິຫານນ້ອຍໆ 2 ຫລັງ ຈຸດເດັ່ນຂອງວິຫານດ້ານໜ້າຄື ທີ່ຝາດ້ານນອກ ແຕ່ລະຫລັງຕົບແຕ່ງດ້ວຍແກ້ວສີ ຕັດເປັນຊິ້ນສ່ວນນ້ອຍໆ ແລ້ວນຳມາຕໍ່ກັນເປັນຮູບຮ່າງຕ່າງໆ ເລົ່າເປັນນິທານພື້ນບ້ານ ລົງເທິງຝາສີບົວ ເບິ່ງສວຍງາມໜ້າຮັກຕາມແບບສະບັບຫລວງພະບາງ ວິຫານຫລັງນ້ອຍດ້ານຂ້າງພະອຸໂປສົດ ທີ່ມີຊື່ວ່າ “ວິຫານແດງ” ພາຍໃນເປັນທີ່ປະດິດຖານພະພຸດທະຮູບປາງໄສຍາດທີ່ງົດງາມ ດ້ວຍພະຫັດ ທີ່ຮອງຮັບພະສຽນໄວ້ຢ່າງົດງາມ ແລະ ອອນຊອນ ພະພຸດທະຮູບນີ້ເຄີຍນຳໄປຈັດສະແດງ ທີ່ນະຄອນປາຣີ ປະເທດຝຣັ່ງ ໃນປີ ຄ.ສ.1931 ແລະ ໄປປະດິດສະຖານຢູ່ທີ່ນະຄອນວຽງຈັນ ຫລາຍສິບປີ ກ່ອນນຳກັບມາຍັງຫລວງພະບາງ ໃນປີ ຄ.ສ.1964 ສ່ວນວິຫານດ້ານຫລັງພະອຸໂປສົດຄື “ຫໍພະມ່ານ” ພາຍໃນປະດິດສະຖານ “ພະມ່ານ” ຊຶ່ງມີລັກສະນະຄ້າຍກັບ "ພະບາງ" ຈົນຫລາຍຄົນເຂົ້າໃຈຜິດຄິດວ່າເປັນອົງດຽວກັນ ໃນຊ່ວງມື້ບຸນຂຶ້ນປີໃໝ່ຂອງລາວ (ຊ່ວງມື້ສົງການ) ຈະມີການອັນເຊີນ “ພະມ່ານ” ລົງມາເພື່ອໃຫ້ປະຊາຊົນໄດ້ສົງນ້ຳ ແລະ ກາບໄຫວ້ ເລື່ອງພາຍໃນຝາດ້ານຫລັງວິຫານນີ້ເປັນພາບປະດັບແກ້ວສີ ເລົ່າເລື່ອງວິຖີຊີວິດຂອງຜູ້ຄົນ ສ້າງຂຶ້ນໃນປີ ຄ.ສ.1950 ເພື່ອສະເຫລີມສະຫລອງ ທີ່ໂລກກ້າວສູ່ຍຸກເຄິ່ງພຸດທະການ ດ້ານຫລັງຫໍພະມ່ານ ເປັນທີ່ຕັ້ງຂອງພະທາດສີສະຫວ່າງວົງ ຊຶ່ງເປັນທີ່ເກັບອັດຖິຂອງເຈົ້າມະຫາຊີວິດສີສະຫວ່າງວົງແລະ ດ້ານທິດຕະເວັນອອກສຽງໃຕ້ຕິດກັບຮົ້ວເປັນໂຮງເກັບເຮືອໃກ້ກັບແຄມແມ່ນ້ຳຂອງ ສ່ວນດ້ານໜ້າພະອຸໂປສົດ ເປັນທີ່ຕັ້ງຂອງຫໍກອງມີລວດລາຍລົງຮັກປິດທອງສວຍງາມເທິງເສົາ ນອກຈາກນັ້ນໃນບໍລິເວນວັດຊຽງທອງເມື່ອທ່ານຍ່າງເຂົ້າໄປທາງດ້ານຖະໜົນໂພທິສາລາດ ດ້ານຂວາມືຈະຕ້ອງສະດຸດຕາກັບອາຄານຊົງບູຮານມີລວດລາຍແກະສະຫລັກທາສີຄຳ. ຂະໜາດໃຫຍ່ຊຶ່ງເອິ້ນວ່າ “ໂຮງມ້ຽນໂກດ” ຫລືເປັນໂລງເກັບພະໂກດ, ພະລາຊະລົດ, ລາຊະຍານຂອງເຈົ້າຊີວິດສີສະຫວ່າງວັດທະນາ ຊຶ່ງສິ້ນພະຊົນເມື່ອປີ ຄ.ສ.1959 ແລະ ໄດ້ສ້າງໂຮງມ້ຽນໂກດແຫ່ງນີ້ຂຶ້ນໃນປີ ຄ.ສ.1962 ພາຍໃນມີລັກສະນະເປັນໂຖງກວ້າງ ຝາດ້ານໜ້າຕັ້ງແຕ່ໜ້າບັນລົງມາຈົນເຖິງພື້ນສາມາດຖອດອອກເພື່ອໃຫ້ສາມາດເຄື່ອນລາຊະລົດອອກມາໄດ້ ບໍລິເວນກາງໂຮງມ້ຽນໂກດເປັນທີ່ຕັ້ງຂອງລາຊະລົດໄມ້ແກະສະຫລັກປິດຄຳແປວຮອບຄັນ ມີພະໂກດ 3 ອົງສູນກາງເປັນໂກດອົງໃຫຍ່ ຂອງເຈົ້າສີສະຫວ່າງວັດທະນາ ອົງນ້ອຍດ້ານຫລັງເປັນຂອງພະລາຊະມານດາ ສ່ວນອົງນ້ອຍດ້ານໜ້າເປັນຂອງພະເຈົ້າອາ ໂຮງມ້ຽນໂກດນີ້ອອກແບບໂດຍເຈົ້າມະນີວົງ ແລະ ແກະສະຫລັກໂດຍຊ່າງຫລວງພະບາງ ທີ່ຊື່ “ເພຍຕັນ” ເມື່ອຄັ້ງທີ່ ຮັບລາຊະການຢູ່ໃນພະມະຫາລາຊະວັງ ນັບເປັນຊ່າງຝີມືຊັ້ນເອກປະຈຳພະອົງຂອງເຈົ້າມະຫາຊີວິດສີສະຫວ່າງວັດທະນາ ມີຄວາມຊຳນານທັງດ້ານການຂຽນ ແລະ ການແກະສະຫລັກ ຈຸດເດັ່ນອີກຢ່າງໜຶ່ງຂອງໂຮງມ້ຽນໂກດ ຄືບໍລິເວນຝາດ້ານນອກທີ່ “ເພຍຕັນ” ແກະສະຫລັກໄວ້ຢ່າງງົດງາມລົງດ້ວຍສີທອງສຸກ ເລົ່າເລື່ອງພະລັກພະລາມ ຕອນສຳຄັນ ໆ ເຊັ່ນດ້ານເທິງສຸດເປັນ ຕອນພິເພກກຳລັງບອກຄວາມລັບເລື່ອງທີ່ຊ່ອນຫົວໃຈຂອງທົດສະກັນກັບພະລາມ, ພະລັກ ແລະ ນາງສີດາ ຖັດລົງມາເປັນຕອນທີ່ທົດສະກັນຖືກທະນູຂອງພະລາມສຽບເຂົ້າທີ່ຫົວໃຈເປັນຕົ້ນ ເດີມພາບແກະສະຫລັກເຫລົ່ານີ້ເປັນລັກສະນະການລົງຮັກປິດທອງທີ່ສວຍງາມຕໍ່ມາມີການບູລະນະໃໝ່ ໂດຍທາສີທອງທັບລົງໄປດັ່ງທີ່ເຫັນໃນປະຈຸບັນ ນອກຈາກນີ້ພາຍໃນວັດຊຽງທອງຍັງມີເຂດສັງຄາວາດ ປະກອບດ້ວຍກຸດຕິ, ສະຖູບເຈດີ ດັ່ງວັດທົ່ວໆໄປ ແລະ ຍັງມີພະສົງຈຳພັນສາຢູ່.

ວັດຊຽງທອງ ແຂວງຫຼວງພະບາງ

ວັດພູສີ

ພູສີ ເປັນພູສັກສິດຕັ້ງຢູ່ກາງເມືອງ ຫຼວງພະບາງ ແລະ ມີພະທາດ ສູງ 20 ແມັດ ຕັ້ງຢູ່ເທິງຈອມ. ເປັນສະຖານທີ່ຊົມວິວທິທັດ ຂອງ ເມືອງໄດ້ເຖິງ 360 ອົງສາ ເຫັນຄວາມສວຍງາມໄດ້ທຸກມຸມຂອງ ຫຼວງພະບາງ, ນອກນັ້ນຍັງສາມາດເຫັນ ທິວທັດທຳມະຊາດ ຈຸດໄຫຼ ພົບຂອງສາຍນ້ຳຂອງ ແລະ ສາຍນ້ຳຄານ.ນອກນັ້ນຍັງເປັນສະຖານທີ່ ຊົມຕາເວັນຕົກດິນທີ່ສວຍງາມ ຊຶ່ງບໍ່ມີແຫ່ງໃດຈະທຽບໄດ້. ຄຸ້ມ ຄ່າແທ້ ກັບການທີ່ຕ້ອງຍ່າງຂື້ນໄປຕາມຂັ້ນໃດສູງຊັນເຖິງ 328 ຂັ້ນ.

ວັດພູສີ ແຂວງຫຼວງພະບາງ