ຂ່າວສານ

ສອງ​ປະ​ເທດ​ເກົາ​ຫຼີ ກັບ​ຄືນ​ສູ່​ການ​ເຈ​ລະ​ຈາ​ລະ​ດັບ​ສູງ ໃນ​ຂະ​ນະ​ທີ່​ທ່ານ​ມູນ ກົດ​ດັນ​ໃຫ້​ມີ​ການ​ຍົກເລີກການລົງ​ໂທດ

ໃນ​ການ​ເຈ​ລະ​ຈາ ພາຍ​ໃນ​ເກົາ​ຫຼີ ຄັ້ງ​ທີ 5 ທີ່​ຈັດ​ຂຶ້ນ ໃນ​ບ້ານ​ສັນ​ຕິພາບ​ປັນ​ມຸນ​ຈອມ, 15 ຕຸ​ລາ 2018, ລັດຖະມົນຕີທ້ອນ ໂຮມເກົາຫຼີ ທ່ານ ໂຈ ມີອູນ-ກີອອນ, ຂວາ, ​ກັບ​ທ່ານ ຣີ ຊັນ ກວັນ ປະທານຂອງຄະນະກຳມະການທ້ອນໂຮມເພື່ອສັນ ຕິພາບຂອງເກົາຫຼີເໜືອ

ເກົາ​ຫຼີ​ເໜືອ​ແລະ​ເກົາ​ຫຼີ​ໃຕ້ ໄດ້ຈັດ​ກອງ​ປະ​ຊຸ​ມ​ເຈ​ລະ​ຈາ​ລະ​ດັບ​ສູງ ​ພາຍ​ໃນ​ເຂດປອດ​ທະ​ຫານທີ່ມີການຮັກສາຄວາມປອດໄພຢ່າງຮັດແໜ້ນ ໃນ​ວັນ​ຈັນ​ມື້​ນີ້.
ກອງ​ປະ​ຊຸມ​ດັ່ງ​ກ່າວ ໄດ້​ປຶກ​ສາ​ຫາ​ລື​ກັນ ​ເລື້ອງ​ການ​ປະຕິບັດ​ຂໍ້​ຕົກ​ລົງຕ່າງໆ​ທີ່​ໄດ້​ມີ​ຂຶ້ນຢູ່ໃນ​ກອງ​ປະ​ຊຸມ​ສຸດຍອດ​ໃນ​ພຽງ​ຢາງ ເວລາປະ​ທາ​ນາ​ທິ​ບໍ​ດີ​ມູນ ແຈ ອິນ ແຫ່ງ​ເກົາ​ຫຼີ​ໃຕ້ ໄດ້ຮຽກຮ້ອງໃຫ້​ປະ​ຊາ​ຄົ​ມ​ນາໆ​ຊາດ ໃຫ້​ລາງວັນ​ແກ່ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ທີ່​ຈະ​ປົດ​ອາ​ວຸດ​ນິວ​ເຄ​ລຍ​ນັ້ນ. ເຖິງ​ແມ່ນ​ວ່າ ຈະໄດ້​ມີ
​ການ​ເນັ້ນຢໍ້າ​ຂອງ​ທ່ານ​ມູນໃນເລື້ອງລາງວັນດັ່ງກ່າວກໍຕາມ ແຕ່ ພວກ​ນັກ​ຊ່ຽວ​ຊານກໍຍັງ​ມີ​ຄວາມ​ລະ​ມັດລະ​ວັງຢູ່ ວ່າ​ການ​ປົດ​ອາ​ວຸດ​ນິວ​ເຄ​ລຍ​ນັ້ນ ມີ​ແທ້​ຈິງ ຫຼືບໍ່.
ລັດຖະມົນຕີທ້ອນໂຮມເກົາຫຼີ ທ່ານ ໂຈ ມີອູນ-ກີອອນ ໃນກອງປະຊຸມລະ​ດັບ​ສູງ ຄັ້ງ​ທີ 5 ຂອງກອງ​ປະ​ຊຸມ​ພາຍ​ໃນ​ເກົາ​ຫຼີ ເພື່ອ​ການ​ປັບ​ປຸງຂ​ອງ​ການ​ປະ​ກາດ​ງານ​ຮ່ວມ ຂອງ​ພຽງ​ຢາງ, 15 ຕຸ​ລາ 2018.
ລັດ​ຖະ​ມົນ​ຕີ​ທ້ອນ​ໂຮມ​ເກົາ​ຫຼີ ທ່ານ ໂຈ​ ມີ​ອູນ-ກີ​ອອນ ໄດ້ນຳ​ພາ​ບັນ​ດາ​ຜູ້​ຕາ​ງໜ້າ​ຂອງ​ເກົາ​ຫຼີ​ໃ​ຕ້ 5 ທ່ານ ໄປ​ຍັງ​ໝູ່​ບ້ານ​ປັນ​ມຸນ​ຈອມ. ຄະ​ນະເກົາ​ຫຼີ​ໃ​ຕ້ໄດ້​ຮັບ​ການ​ຕ້ອນ​ຮັບ​ໂດຍທ່ານ ຣີ ຊັນ ກວັນ ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການ​ທ້ອນ​ໂຮມ​ເພື່ອ​ສັນ​ຕິ​ພາບ​ຂອງປະ​ເທດ,ຜູ້​ຊຶ່ງນຳພາຝ່າຍ​ເກົາ​ຫຼີ​ເໜືອ.
ບັນ​ດາ​ຜູ້​ນຳ​ຂອງເກົາ​ຫຼີເ​ໜືອແລະເກົາ​ຫຼີ​ໃ​ຕ້ ໄດ້​ຕົກ​ລົງ​ໃນ​ເດືອນ​ກັນ​ຍາ​ຜ່ານ​ມາ​ນີ້ໃນ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 3 ເພື່ອ​ສົ່ງເສີມ​ການ​ຮ່ວ​ມມືກັນ​ຂ້າມ​ຊາຍ​ແດນແລະ​ສະ​ໜັບສະ​ໜຸນສົ່ງ​ເສີມ​ໂຄງ​ການ​ຕ່າງໆ ເພື່ອ​ນຳ​ມາ​ຊຶ່ງ​ຍຸກສັນຕິພາບ​ຂອງ​ແຫຼມ​ເກົາ​ຫຼີໂດຍປາດ​ສະ​ຈາກ​ອາ​ວຸດ​ນິວ​ເຄ​ລຍ.
ໃນ​ກອງ​ປະ​ຊຸມ​ຂອງວັນ​ຈັນ​ມື້​ນີ້ ທັງ​ສອງ​ປະ​ເທດ ໄດ້​ຕົກ​ລົງ ທີ່​ຈະ​ເລີ້ມໂຄງ​ການ​ຮ່ວມ​ເຮັດ​ໃຫ້​ທັນ​ສະ​ໄໝ ແລະ​ເຊື່ອມ​ຕໍ່ທາງ​ລົດ​ໄຟແລະ​ຖະ​ໜົນ​ຫົນ​ທາງຂອງ​ພວກ​ເຂົາ​ເຈົ້າກ່ອນ​ສິ້ນ​ປີ. ຄະ​ນະ​ດັ່ງ​ກ່າວ ຈະ​ເລີ້ມກວດ​ກາ​ການ​ເຊື່ອມ​ຕໍ່​ດ້ານ​ຄົມ​ມະ​ນາ​ຄົມ​ໃນ​ກາງ​ເດືອນ​ຕຸ​ລາ​ນີ້ ໃນເສັ້ນ​ ກີ​ອອນ​ກຽວ (Gyeongeui) ແລະ​ໃນ​ຕົ້ນ​ເດືອນ​ພະ​ຈິກ ໃນ​ເສັ້ນທາງ​ພາກ​ຕາ​ເວັນ​ອອກ. ນອກນັ້ນ ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ຕົກ​ລົງ​ທີ່​ຈະ​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ ເລື້ອງ​ທີ່​ພົວ​ພັນ​ກັບ​ຄະ​ນະ​ສິນ​ລະ​ປິນ​ທີ່ຈະ​ໄປ​ສະ​ແດງ​ໃນ​ເກົາ​ຫຼີ​ໃຕ້ ໃຫ້​ໄວເທົ່າ​ທີ່​ຈະ​ໄວ​ໄດ້. ຍິ່ງ​ໄປ​ກວ່າ​ນັ້ນ ພວກ​ເຂົາ​ເຈົ້າ ໄດ້​ຕົກ​ລົງ​ທີ່​ຈະ​ມີ​ການ​ເຈ​ລະ​ຈາເລື້ອງ ສະ​ພາ​ກາ​ແດງໃນ​ສະ​ຖານ​ຕາກ​ອາ​ກາດ ເມົ້າ ກຳ​ກາງ ໃນ​ເດືອນ​ພະ​ຈິກ ທີ່​ພົວ​ພັນ​ກັບ​ຄອບ​ຄົວທັງ​ຫຼາຍທີ່​ໄດ້​ພັດ​ພາກ​ຈາກ​ກັນ ນັບ​ຕັ້ງ​ແຕ່​ສົງ​ຄາມ​ເກົາ​ຫຼີ​ເປັນ​ຕົ້ນ​ມາ​ນັ້ນ.
ທ່ານ ຣີ ຊັນ ກວັນ ປະທານຂອງຄະນະກຳມະການທ້ອນໂຮມເພື່ອສັນຕິພາບຂອງເກົາ​ຫຼີ​ເໜືອ ໃນກອງປະຊຸມລະ​ດັບ​ສູງ ຄັ້ງ​ທີ 5 ຂອງກອງ​ປະ​ຊຸມ​ພາຍ​ໃນ​ເກົາ​ຫຼີ ເພື່ອ​ການ​ປັບ​ປຸງຂ​ອງ​ການ​ປະ​ກາດ​ງານ​ຮ່ວມ ຂອງ​ພຽງ​ຢາງ, 15 ຕຸ​ລາ 2018.

ຈາກ https://lao.voanews.com ວັນທີ 16.10.2018

--------------------------------------------------------------------------------------------------------------------------

ການ​ສ້າງ ​ທາງ​ລົດ​ໄຟລາວ-ຈີນ ສຳ​ເລັດ 40 ເປີ​ເຊັນ ແຕ່​ຍັງ​ບໍ່​ໄດ້ຈ່າຍ ​ຄ່າຊົດ​ເຊີຍ ໃຫ້​ເຈົ້າ​ຂອງ​ດິນ

ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ຄືບ​ໜ້າ​ແລ້ວ 40 ເປີ​ເຊັນ ຂອງ​ແຜນ​ການ ຫາກ​ແຕ່ລັດ​ຖະ​ບານ​ລາວ​ກັບ​ປະ​ຊາ​ຊົນ​ຍັງ​ບໍ່​ສາ​ມາດ​ຕົກ​ລົງກັນ​ກ່ຽວ​ກັບ​ ຄ່າ​ເວນ​ຄືນທີ່​ດິນ ທີ່​ກະ​ທົບ​ຈາກ​ໂຄງ​ການ​ໄດ້​ທັງ​ໝົດ.
 ທ່ານ​ບຸນ​ທອງ ຈິດ​ມະ​ນີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຖະ​ແຫຼງ​ໃນ​ໂອ​ກາດ​ທີ່​ເດີນ​ທາງ​ໄປ​ກວດ​ກາ​ການກໍ່​ສ້າງທາງ​ລົດ​ໄຟ​ລາວ-ຈີນ ຮ່ວມ​ກັບ​ທ່ານ​ຈ້າວ​ເລີຈີ ປະ​ທານ​ຄະ​ນະກວດ​ກາ​ລະ​ບຽບ​ວິ​ໄນສູນ​ກາງ​ພັກ​ຄອມ​ມິວ​ນິ​ສ​ຈີນ ທີ່​ແຂວງ​ຫຼວງ​ພະ​ບາງ ເມື່ອ​ທ້າຍ​ເດືອນກັນ​ຍາ​ທີ່​ຜ່ານ​ມາ​ນີ້​ວ່າ ການ​ກໍ່​ສ້າງ​ໄດ້​ຄືບ​ໜ້າ​ໄປ​ແລ້ວ 40 ເປີ​ເຊັນ ຂອງ​ແຜນ​ການ ແລະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຍັງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຮຽບ​ຮ້ອຍ​ໃນ​ທຸກໆ​ດ້ານ​ອີກດ້ວຍ ດັ່ງ​ທີ່ທ່ານບຸນ​ທອງ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:
“ຜ່ານ​ການ​ຕິດ​ຕາມ​ການ​ກໍ່​ສ້າງ​ຕົວ​ຈິງ ເຫັນ​ວ່າ​ມີ​ຄວາມ​ຄືບ​ໜ້າ​ເປັນ​ຢ່າງ​ດີ​ໃນ​ການປະ​ຕິ​ບັດ​ໄດ້​ຕາມ​ແຜນ​ການ​ທີ່​ວາງ​ໄວ້ ຄະ​ນະ​ຮັບ​ຜິດ​ຊອບ​ຝ່າຍ​ລາວ​ໄດ້​ປະ​ສານ​ສົ​ມ​ທົບ​ກັບ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ເປັນ​ຢ່າງ​ດີ ໃນ​ການ​ເຮັດ​ໜ້າ​ທີ່​ຄຸ້ມ​ຄອງ​ໂຄງ​ການສ້າງ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ໂຄງ​ການ ແລະ​ບັນ​ດາ​ສະ​ຫາຍ​ຈີນ​ຍັງໄດ້ຮຽນ​ຮູ້​ວັດ​ທະ​ນາ​ທຳ​ລາວ​ຫຼາຍ​ຂຶ້ນ ແລະ​ສ້າງ​ໃຫ້​ຄົນ​ລາວ​ຄົນ​ຈີນ​ຮັກ​ແພງ​ກັນ.”
ແຕ່​ຢ່າງ​ໃດ​ກໍ​ຕາມ ຄະ​ນະ​ໄກ່​ເກ່ຍ​ຂອງ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ຍັງ​ຄົງ​ສືບ​ຕໍ່​ການ​ເຈລ​ະ​ຈ​າ​ກັບ​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ ແລະ​ປະ​ຊາ​ຊົນ​ຜູ້​ເປັນ​ເຈົ້າ​ຂອງ​ທີ່​ດິນແລະ​ສິ່ງ​ປູກ​ສ້າງ​ຕ່າງໆ ທີ່​ຢູ່​ໃນ​ເຂດ​ກໍ່​ສ້າງ​ທາງ​ລົດ​ໄຟ ເພື່ອ​ຈະ​ເຮັດ​ຂໍ້​ຕົກ​ລົງ​ຮ່ວມກັນກ່ຽວ​ກັບ​ອັດ​ຕາ​ຄ່າ​ເວນ​ຄືນ​ໃຫ້​ໄດ້​ຢ່າງ​ສົມບູນ ຊຶ່ງ​ໃນ​ປັດ​ຈຸ​ບັນ​ນີ້​ຍັງ​ເຫຼືອ 242 ລາຍ​ທີ່​ຍັງ​ບໍ່​ສາ​ມາດ​ຕົກ​ລົງ​ກັນ​ໄດ້.
ທາງ​ດ້ານ​ທ່ານ​ປໍ​ທອງ ໂງ່ນ​ພະ​ຈັນ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ໂຍ​ທາ​ທິ​ການແລະ​ຂົນ​ສົ່ງ​ຢືນ​ຢັນ​ວ່າ ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ​ຈີນ ໄດ້ມອບທີ່​ດິນ​ໃຫ້​ກັບ​ບໍ​ລິ​ສັດ​ຜູ້​ຮັບ​ເໝົາ​ຈາກ​ຈີນ​ໄດ້​ແລ້ວ 84 ເປີເຊັນ ​ຂອງ​ພື້​ນ​ທີ່​ທັງໝົດຈຶ່ງ​ຍັງ​ເຫຼືອພຽງ 16 ເປີ​ເຊັນ ເທົ່າ​ນັ້ນ​ທີ່​ຈະ​ເຈ​ລະ​ຈາ​ຕົກ​ລົງ​ກັບ ປະ​ຊາ​ຊົນ ແລະ​ສົ່ງ​ມອບ​ທີ່​ດິນ​ໃຫ້​ກັບບໍ​ລິ​ສັດ​ຈີນ​ຢ່​າງ​ຄົບ​ຖ້ວນ​ພາຍ​ໃນ​ທ້າຍ​ປີ 2018 ນີ້.
ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ​ລາວ​ຈຳ​ນວນ​4,411 ຄອບ​ຄົວໃນ​ເຂດ 13 ເມືອງ​ຂອງ​ແຂວງ​ຫຼວງ​ນ້ຳ​ທາ ອຸ​ດົມ​ໄຊ ຫຼວງ​ພະ​ບາງວຽງ​ຈັນ ແລະ​ນະ​ຄອນ​ຫຼວງ​ວຽງ​ຈັນ ໂດຍ​ມີ​ທີ່​ດິນ​ທີ່​ຖືກ​ກະ​ທົບ 3,832 ເຮັກ​ຕາ ສິ່ງ​ປູກ​ສ້າງ 3,346 ຫຼັງ ຕົ້ນ​ໄມ້​ຕ່າງໆ ແລະ​ໄມ້​ກິນ​ໝາກ​ຮວມ​ກັນ​ຫຼາຍກວ່າ 9 ແສນ​ຕົ້ນ ໂດຍ
​ການ​ຊົດ​ເຊີຍ​ຄ່າ​ທີ່​ດິນ​ສະ​ເພາະ​ໃນ​ເຂດ​ແຂວງ​ຫຼວງ​ນ້ຳ​ທາ ອຸ​ດົ​ມ​ໄຊ ແລະ​ຫຼວ​ງ​ພະ​ບາງໄດ້​ແບ່ງ​ເປັນດິນ​ນາໃນ​ໂຕ​ເມືອງ ທີ່​ຕິດ​ຖະ​ໜົນ​ສາຍ​ເອກ ຕິດ​ທາງ​ນ້ອຍ ແລະ​ດິນ​ນາ​ທີ່​ບໍ່​ມີ​ເສັ້ນ​ທາງ​ຈະ​ໄດ້​ຄ່າ​ຊົດ​ເຊີຍ​ລະ​ຫວ່າງ 11,000 ຫາ 80,000 ກີບ​ຕໍ່​ຕາ​ແມັດ ສ່ວນທີ່​ດິນທີ່​ຢູ່​ຊານ​ເມືອງຕິດ​ທາງ​ຫຼວງ​ແຫ່ງ​ຊາດ ທາງ​ຫຼ​ວງແຂວງ ແລະ​ດິນ​ທີ່​ບໍ່​ມີ​ເສັ້​ນ​ທາງ​
ຈະ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ 16,000 ຫາ 40,000 ກິບ​ຕໍ່​ຕາ​ແມັດ ສ່ວນ​ທີ່​ດິນ​ອື່ນໆ​ໃນ​ເຂດຊົນນະ​ບົດ​ຈະ​ໄດ້​ຮັບຄ່າ​ຊົດ​ເຊີຍລະ​ຫວ່າງ 11,000 ຫາ 15,000 ກີບ​ຕໍ່​ຕາ​ແມັດ.
ສ່ວນ​ໃນ​ເຂດ​ແຂວງວຽງ​ຈັນ ແລະ​ນະ​ຄອນ​ວຽງ​ຈັນ​ນັ້ນ ດິນ​ນາ​ໃນ​ຕົວ​ເມືອງ​ທີ່​ຕິດ​ຖະ​ໜົນ​ສາຍ​ເອກ ຕິດ​ທາງ​ນ້ອຍ ແລະ​ດິນ​ບໍ່​ມີ​ເສັ້ນ​ທາງ​ຈະ​ໄດ້​ຄ່າ​ຊົດ​ເຊີຍລະ​ຫວ່າງ20,000 ຫາ 30,000 ກີບ​ຕໍ່​ຕາ​ແມັດ ດິນ​ຢູ່​ຊານ​ເມືອງ​ຕິດ​ທາງ​ຫຼວງ​ແຫ່ງ​ຊາດ ທາງ​ຫຼວງ​ແຂວງ ແລະ​ດິນ​ບໍ່​ມີ​ເສັ້ນ​ທາງກໍຈະ​ໄດ້​ຄ່າ​ຊົດ​ເຊີຍ​ລະ​ຫວ່າງ 15,000 ຫາ 25,000ກີບ​ຕໍ່​ຕາ​ແມດ ​ດິນ​ໃນ​ເຂດ​ໂຕເມືອງ​ໄຊ​ທາ​ນີ ຈະ​ໄດ້​ຄ່າ​ຊົດ​ເຊີຍ 55,000 ຫາ 107,000ກີບ​ຕໍ່​ຕາ​ແມັດ ດິນ​ໃນ​ເຂດ​ເມືອງ​ໄຊ​ທາ​ນີ ຈະ​ໄດ້​ຄ່າ​ຊົດ​ເຊີຍ 55,000 ຫາ 107,000ກີບ​ຕໍ່​ຕາ​ແມັດ ແລະ 50,000 ຫາ 137,000 ກີບ​ຕໍ່​ຕາ​ແມັດ ສ​ຳ​ລັບ​ທີ່​ນາ​ຢູ່​ເມືອງ​ນາ​
ຊາຍ​ທອງ.
ທາງ​ດ້​ານ​ກຸ່ມ​ແລກ​ປ່ຽນ​ຂໍ້​ມູນ​ດ້ານ​ທີ່​ດິນ ຫຼື Land Information Working Groupຊຶ່ງ​ເປັນ​ອົງ​ການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໃນ​ລາວ ລາຍງ​ານ​ວ່າການກຳ​ນົດ​ອັດ​ຕາ​ຄ່າ​ຊົດ​ເຊີຍ​ທີ່​ດິນ ແລະ​ສິ່ງ​ປຸກ​ສ້າງ​ໃຫ້​ກັບ​ປະ​ຊາ​ຊົນ​ທີ່​ຖືກ​ກະ​ທົບ​ຈາກ​ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ​ນັ້ນ​ເປັນການ​ປະ​ເມີນ​ລາ​ຄາ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ ເຊັ່ນ​ທີ່​ດິນ​ຢູ່​ເຂດ​ເມືອງ​ນາ​ຊາຍ​ທອງ ມີ​ລາ​ຄາ​ສະ​ເລ່ຍ​ສູງ​ເຖິງ 1.3 ລ້ານ​ກີບ​ຕໍ່ຕາແມັດ ຊຶ່ງ​ສູງກວ່າ​ອັດ​ຕາ​ຄ່າ​ຊົດ​ເຊີຍ​ໃນ​ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ ເຖິງ 10 ເທົ່າ​ໂຕ.
ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ ມີ​ກຳ​ນົດ​ກໍ່​ສ້າງ​ແລ້ວເສັດ​ໃນ​ປີ 2021 ເປັນ​ການ​ຮ່ວມ​ທຶນ​ໃນ​ມູນ​ຄ່າ 6,000 ລ້ານ​ໂດ​ລາສະ​ຫະ​ລັດ ລະ​ຫວ່າງ​ລັດ​ຖະ​ບານ​ລາວ​ກັບ​ຈີນ ໃນ​ສັດ​ສ່ວນ 30 ເປີ​ເຊັນ ຕໍ່ 70 ເປີນ​ເຊັນ ຕາ​ມ​ລໍ​າ​ດັບ.

ຈາກ https://lao.voanews.com ວັນທີ 13.10.2018

--------------------------------------------------------------------------

ລາວຕ້ອງການ ການຊ່ວຍເຫຼືອ ຈາກນາໆຊາດ ໃນດ້ານຢາວັກຊີນ ສຳລັບ ຜູ້ປະສົບໄພນ້ຳຖ້ວມ


ທາງການລາວຕ້ອງການຄວາມຊ່ວຍເຫຼືອ ຈາກນານາຊາດ ໃນດ້ານຢາວັກຊີນ ເພື່ອປ້ອງກັນໂຣກ ສຳລັບເດັກນ້ອຍ ແລະຜູ້ໃຫຍ່ ທີ່ປະສົບໄພນ້ຳຖ້ວມຄັ້ງໃຫຍ່ ຈາກເຫດເຂື່ອນໄຟຟ້າແຕກ ທີ່ເມືອງສະໜາມໄຊ.
ເຈົ້າໜ້າທີ່ຂອງ ອົງການ UNICEF ປະຈຳ ສປປ ລາວ ໃຫ້ການຢືນຢັນວ່າ ບັນຫາກ່ຽວກັບ ສຸຂະພາບຂອງບັນດາຜູ້ປະສົບໄພນ້ຳຖ້ວມ ຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ແຕກທີີ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ກວດພົບຫຼາຍທີ່ສຸດໃນປັດຈຸບັນ ຄື ພະຍາດກ່ຽວກັບ ລະບົບການຫາຍໃຈ ແລະພະຍາດຖອກທ້ອງ ຊຶ່ງເກີດຈາກຫຼາສາເຫດ ທັງຈາກສະພາບການເປັນຢູ່ ທີ່ບໍ່ປົກກະຕິ ສະພາບອາກາດທີ່ຜັນຜວນ ແລະສະພາບການກິນດື່ມ ທີ່ບໍ່ຖືກຫລັກອະນາໄມ ແລະອື່ນໆ ດັ່ງທີ່ເຈົ້າໜ້າທີ່UNICEF ຊຶ່ງປະຕິບັດໜ້າທີ່ໃຫ້ການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ເຂດເມືອງ
ສະໜາມໄຊ ໄດ້ໃຫ້ການຢືນຢັນວ່າ: 
“ສະພາບການເຈັບເປັນຂອງພໍ່ແມ່ພີ່ນ້ອງປະຊາຊົນ ທີ່ຖືກໄພພິບັດໃນທົ່ວໄປນີ້ ສ່ວນໃຫຍ່ຈະພົບເຫັນມີບັນຫາກ່ຽວກັບລະບົບຫາຍໃຈ ຕໍ່ມາລະແມ່ນພະຍາດຖອກທ້ອງ ຊຶ່ງວ່າອາດຈະເກີດມາຈາກ ຫຼາຍສາເຫດ ຫຼາຍສິ່ງຫຼາຍຢ່າງ.” 


ທາງດ້ານທ່ານນາງເພັດ ສີດອນ ຄະນະອຳນວຍການໂຮງໝໍ ເມືອງສະໜາມໄຊ ຢືນຢັນວ່າ ໃນແຕ່ລະວັນ ຈະມີຜູ້ປະສົບໄພເຂົ້າຮັບການກວດສຸຂະພາບ ແລະຮັກສາປິ່ນປົວອາການເຈັບປ່ວຍຫຼາຍກວ່າ 100 ລາຍ ຊຶ່ງສ່ວນໃຫຍ່ ກໍມີບັນຫາພະຍາດ ກ່ຽວກັບລະບົບການຫາຍໃຈ ແລະພະຍາດຖອກທ້ອງ ທັງໃນເດັກນ້ອຍ ແລະຜູ້ໃຫຍ່ ແລະພ້ອມກັນນີ້ ຈາກການກວດສຸຂະພາບຜູ້ປະສົບໄພ 700 ກວ່າຄົນ ກໍຍັງພົບດ້ວຍວ່າ ມີເຖິງ 79 ຄົນ ທີ່ເປັນພະຍາດວັນນະໂຣກ ໂດຍທັງໝົດນີ້ ເປັນພະຍາດດັ່ງກ່າວ ກ່ອນທີ່ຈະເກີດໄພນ້ຳຖ້ວມຄັ້ງໃຫຍ່ອີກດ້ວຍ.

ສ່ວນ ທ່ານນາງຄູນເພັດ ມົງຄົນຄຳ ນັກໂພຊະນາການ ສຳລັບເດັກນ້ອຍຂອງ ອົງການ
ສະຫະປະຊາຊາດ ປະຈຳ ສປປ ລາວ ໃຫ້ການຢືນຢັນວ່າ ບັນຫາສຸຂະພາບອະນາໄມ
ຂອງເດັກທີ່ກວດພົບຫຼາຍທີ່ສຸດຢູ່ສູນພັກອາໄສຊົ່ວຄາວ ເທດສະບານເມືອງສະໜາມໄຊ ຄືບັນຫາການຂາດສານອາຫານຢ່າງຮຸນແຮງ ຂອງເດັກອາຍຸຕັ້ງແຕ່ 6 ເດືອນ ຫາ 1 ປີ ຊຶ່ງຈາກການກວດສຸຂະພາບເດັກນ້ອຍ 500 ກວ່າຄົນ ທີ່ສູນພັກອາໄສຊົ່ວຄາວດັ່ງກ່າວ
ນີ້ ພົບວ່າ ມີເດັກນ້ອຍຈຳນວນເຖິງ 275 ຄົນ ທີ່ຂາດສານອາຫານຢ່າງຮຸນແຮງ.

ພາຍໃຕ້ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ຕ້ອງດຳເນີນມາດຕະການ ປ້ອງກັນການຕິດເຊື້ອໂຣກຕ່າງໆ ໃນບັນດາຜູ້ປະສົບໄພໃຫ້ໄດ້ ໃນໄລຍະຍາວອີກດ້ວຍ ຫາກແຕ່ວ່າ ດ້ວຍບັນຫາຂາດແຄນງົບປະມານຂອງລັດຖະບານລາວ ຈຶ່ງເຮັດໃຫ້ຕ້ອງຂໍການຊ່ວຍເຫຼືອຈາກຕ່າງປະເທດເປັນຫລັກ ຊຶ່ງລວມເຖິງວັກຊີນປ້ອງກັນ ພະຍາດຕິດຕໍ່ດ້ວຍນັ້ນ ດັ່ງທີ່ທ່ານບຸນກອງ ສີຫາວົງ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກຢືນຢັນວ່າ:

“ອັນທີ່ເປັນຫ່ວງຕໍ່ໄປນີ້ ເລື້ອງຄວບຄຸມພະຍາດຕິດຕໍ່ ແລະພວກເຮົາໄດ້ຂໍ

ການຊ່ວຍເຫຼືອ ຈາກທາງເກົາຫຼີ ຈາກອົງການອະນາໄມໂລກ ຈາກ UNDP

ແລະຈາກ UNICEF ເພື່ອໃຫ້ໄດ້ມີວັກຊີນກັນພະຍາດຖອກທ້ອງຮຸນແຮງ

ແລະກັນພະຍາດທີ່ສາມາດເກີດຂຶ້ນ ໂດຍສະເພາະຢູ່ແຂວງອັດຕະປືນີ້
ແມ່ນໄທຟອຍດ໌ ໄຂ້ທໍລະພິດ ນອກຈາກນັ້ນ ພວກເຮົາກະຕຽມຢາປິ່ນປົວ
Leptospirosis ອີກອັນນຶ່ງ ລະແມ່ນເລື້ອງໄຂ້ຍຸງ ທັງມາລາເຣຍ ທັງໄຂ້
ເລືອດອອກ ອັນນີ້ພວກເຮົາຕ້ອງໄດ້ເອົາໃຈໃສ່.”

ທັງນີ້ ເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ທີ່ເກີດຈາກເຂື່ອນເຊປຽນ- ເຊນ້ຳນ້ອຍ ແຕກ ຖືເປັນເມືອງທຸກຍາກທີ່ສຸດ ຂອງແຂວງອັດຕະປື ໂດຍມີ40 ບ້ານ 6,771 ຄອບຄົວ ມີພົນລະເມືອງທັງໝົດ 36,000 ກວ່າຄົນ ໃນນີ້ມີບ້ານທີ່ຖືກກະທົບຈາກໄພນ້ຳຖ້ວມ 13 ບ້ານ 2,717 ຄອບຄົວ ຫຼື 13,067 ຄົນ ໂດຍທີ່ໄດ້ຮັບຜົນ
ກະທົບ ທັງ 100 ເປີເຊັນນັ້ນ ມີ 6 ບ້ານ ກໍຄື ບ້ານຫີນລາດ ບ້ານສະໝອງໃຕ້ ບ້ານທ່າຫີນ ບ້ານໃໝ່ ບ້ານທ່າແສງຈັນ ແລະບ້ານໃຫຍ່ແທ ທີ່ມີປະຊາກອນລວມກັນ1,611 ຄອບຄົວ 7,095 ຄົນ ຊຶ່ງໄດ້ຖືກຍົກຍ້າຍມາຢູ່ເຂດປອດໄພ 6 ຈຸດ ຄື ເທດສະບານ ເມືອງສະໜາມໄຊ ບ້ານຕໍມໍຍອດ ບ້ານດອນບົກ ບ້ານປີນດົງ ບ້ານຄອນທົດແລະໂຮງຮຽນມັດທະຍົມສົມບູນຈັນທາ.
ສ່ວນກ່ຽວກັບການກໍ່ສ້າງທີ່ພັກອາໄສຊົ່ວຄາວ ແລະການຈັດສັນທີ່ຢູ່ອາໄສຖາວອນ
ໃຫ້ຜູ້ປະສົບໄພນັ້ນ ທ່າງການແຂວງອັດຕະປື ໄດ້ເລືອກເອົາບ້ານໜອງບົກ ບ້ານ
ຕໍມໍຍອດ ແລະບ້ານດົງບາກ ເປັນເຂດປຸກສ້າງທີ່ພັກອາໄຊົ່ວຄາວໃນເນື້ອທີ່ 20.6
ເຮັກຕາ ຊຶ່ງການດຳເນີນງານໄດ້ຄືນໜ້າແລ້ວເກີນກວ່າ 80 ເປີເຊັນ ສ່ວນການປຸກ
ສ້າງທີ່ຢູ່ອາໄສຖາວອນເທິງເນື້ອທີ່ 135 ເຮັກຕານັ້ນ ກໍຈະຈັດສັນ ແລະສ້າງເຮືອນທີ່ມີຂະໜາດກວ້າງ 20 ແມັດ ຍາວ 40 ແມັດ ໃຫ້ແຕ່ລະຄອບຄົວ ຊຶ່ງໃນທ້າຍເດືອນ
ກັນຍາ ທີ່ຜ່ານມາ ກໍໄດ້ຍ້າຍຜູ້ປະສົບໄພເຂົ້າໄປຢູ່ອາໄສແລ້ວ 140 ຄອບຄົວ ທີ່
ໂຮງຮຽນ ບ້ານຫາດຍາວ ສ່ວນທີ່ເຫຼືອນັ້ນ ຈະກໍ່ສ້າງແລ້ວເສັດ ແລະຍ້າຍຜູ້ປະສົບໄພເຂົ້າໄປຢູ່ອາໄສ ໄດ້ທັງໝົດພາຍໃນເດືອນຕຸລາ 2018 ນີ້.
ຈາກ: 
lao.voanews.com     
ວັນທີ 10.10.2018
--------------------------------------------------------------------------------------------------------------------------

ສະ​ພາ​ວະ​ການ​ຂາດ​ດຸນ ​ການ​ຄ້າ​ຂອງ ລາວ ຕໍ່ ໄທ ມີ​ທ່າ​ອ່ຽງຫຼຸດ​ລົງ​ ຢ່າງ​ຕໍ່​ເນື່ອງ

ສະ​ພາ​ວະ​ການ​ຂາດ​ດຸນ​ການ​ຄ້າ​ຂອງ ລາວ ຕໍ່ ໄທ ມີ​ທ່າ​ອຽງຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ ໃນ​ຂະນະທີ່ການສົ່ງກະແສໄຟຟ້າຂອງ ລາວ ໄປ ໄທ ຍັງສືບຕໍ່ເພີ່ມຂຶ້ນໃນປີ 2018 ນີ້ ແຕ່ຄາດວ່າຈະຫຼຸດລົງໃນປີ 2019.

ກະ​ຊວງ​ການ​ຄ້າ​ຂອງ ໄທ ລາຍ​ງານ​ວ່າ ການ​ຄ້າ​ລະ​ຫວ່າງ ໄທ ກັບ ລາວ ໃນ​ຊ່ວງເດືອນມັງກອນ-ສິງຫາ 2018 ນີ້ມີມູນຄ່າລວມ 144,223.46 ລ້ານບາດ ຫຼື 4,376ລ້ານໂດລາ ໂດຍເພີ່ມຂຶ້ນຈາກໄລຍະດຽວໃນປີ 2017 ຄິດເປັນອັດຕາສະເລ່ຍ 5.71ເປີເຊັນ ໃນນີ້ກໍເປັນການນຳສິນຄ້າ ໄທ ເຂົ້າມາ ລາວ 89,838.83 ລ້ານບາດ ແລະລາວ ສົ່ງສິນຄ້າໄປ ໄທ 54,384.63 ລ້ານບາດ ຊຶ່ງເຮັດໃຫ້ ລາວ ຂາດດຸນການຄ້າຕໍ່ ໄທ ໃນມູນຄ່າລວມເຖິງ 35,454.2 ລ້ານບາດ ແຕ່ກໍຖືເປັນສະພາວະການຂາດດຸນການຄ້າທີ່ຫຼຸດລົງເຖິງ 9.68 ເປີເຊັນ ທຽບໃສ່ໄລຍະດຽວກັນໃນປີ 2017 ທີ່ຜ່ານມາ.
ທັງ​ນີ້​ໂດຍ​ສິນ​ຄ້າ​ທີ່ ລາວ ນຳ​ເຂົ້າ​ຈາກ ໄທ ຫຼາຍ​ທີ່​ສຸດ​ກໍ​ຄື​ສິນ​ຄ້າ​ອຸບ​ປະ​ໂພກ​ບໍ​ລິ​ໂພກ,ນ້ຳ​ມັນ​ເຊື້ອ​ໄຟ ແລະ ສິນ​ຄ້າ​ກະ​ສິ​ກຳ​ແປ​ຮູບ​ຕາມ​ລຳ​ດັບ ໂດຍ​ສະ​ເພາະ​ແມ່ນ​ສິນ​ຄ້າ​ອຸບ​ປະ​ໂພກ​ບໍ​ລິ​ໂພ​ກ​ນັ້ນ​ຖື​ເປັນ​ພາ​ກ​ສ່ວນ​ທີ່​ເຮັດ​ໃຫ້ ລາວ ຕ້ອງ​ຂາດ​ດຸນ​ການ​ຄ້າ​ຕໍ່​ ໄທຫຼາຍທີ່ສຸດ ເພາະການຜະລິດສິນຄ້າໃນ ລາວ ຍັງບໍ່ທັນພຽງພໍກັບຄວາມຕ້ອງການທີ່
ເປັນຈິງ ທັງຍັງມີຄຸນນະພາບຕ່ຳ ແຕ່ກັບມີລາຄາສູງກວ່າສິນຄ້າ ໄທ ດ້ວຍ ຈຶ່ງເຮັດໃຫ້ຄົນ ລາວ ພາກັນນິຍົມໃຊ້ສິນຄ້າ ໄທ ຫຼາຍກວ່າສິນຄ້າ ລາວ ດັ່ງທີ່ຜູ້ບໍລິໂພກລາຍນຶ່ງທີ່ໄດ້ເດີນທາງໄປຊື້ສິນຄ້າທີ່ໜອງຄາຍ ແລະ ອຸດອນທານີເປັນປະຈຳທຸກສັບປະດາໄດ້ໃຫ້ການຢືນຢັນວ່າ "ເພາະວ່າມັນມີສິນຄ້າຫຼາກຫຼາຍຢ່າງເນາະທີ່ປະເທດ ໄທ ຄື
ແບບມັນມີສິນຄ້າປະເພດທີ່ຢູ່ບ້ານເຮົາກະອາດຈະຊອກຊື້ບໍ່ໄດ້ ກະເລີຍໄປຊອກຊື້ຢູ່ພຸ້ນມັນມີຄົບຫຼາຍຢ່າງຫຼາຍກວ່າ ຄົນ ລາວ ກະໄປພຸ້ນ ແລ້ວກະມັນມີຫຼາຍສິ່ງຫຼາຍຢ່າງທີ່ເຮົາຢາກໄດ້ ແລະ ມັນກາຍເປັນຄວາມລຶ້ງເຄີຍ ເລື່ອງລາຄາເບາະ ເພາະວ່າບາງຢ່າງເນາະ ຢູ່ບ້ານເຮົາມັນກໍຈະສູງກວ່າຢູ່ ໄທ."
ທາງ​ດ້ານ ທ່ານ ສຸ​ລິນ​ທອນ ເລືອງ​ຄຳ​ສິງ ນັກ​ວິ​ຊາ​ການ​ອາ​ວຸ​ໂສ​ດ້ານ​ເສດ​ຖະ​ກິດ​ຂອງ​ທະນາຄານພັດທະນາ ເອເຊຍ (ADB) ສຳນັກງານປະຈຳ ສປປ ລາວ ຢືນຢັນວ່າ ການຂາດດຸນການຄ້າຕ່າງປະເທດຂອງ ລາວ ບໍ່ພຽງແຕ່ຈະເຮັດໃຫ້ເກີດບັນຫາການຕົກຕ່ຳລົງຂອງຄ່າເງິນກີບ ແລະ ອັດຕາເງິນເຟີ້ທີ່ປັບຕົວສູງຂຶ້ນເທົ່ານັ້ນ ແຕ່ກໍຍັງໄດ້ສົ່ງຜົນກະ
ທົບເຖິງທຶນສຳຮອງເງິນຕາຕ່າງປະເທດຂອງ ລາວ ທີ່ມີທ່າອຽງຫຼຸດລົງຢ່າງຕໍ່ເນື່ອງອີກດ້ວຍ ເພາະວ່າການຂາດດຸນການຄ້າຕ່າງປະເທດ ເຮັດໃຫ້ ລາວ ຕ້ອງໃຊ້ເງິນຕາຕ່າງປະເທດຈຳນວນຫຼາຍເພື່ອຊຳລະສິນຄ້າທີ່ນຳເຂົ້າຈາກຕ່າງປະເທດນັ້ນເອງ.
ແຕ່​ຢ່າງ​ໃດ​ກໍ​ຕາມ ດ້ວຍ​ການ​ສົ່ງ​ອອກ​ກະ​ແສ​ໄຟ​ຟ້າ​ຂອງ ລາວ ໃນ​ປີ 2018 ທີ່​ຄາດ​ວ່າ​ຈະເພີ່ມຂຶ້ນເຖິງ 8 ເປີເຊັນທຽບໃສ່ປີ 2017 ກໍຈະມີສ່ວນຢ່າງສຳຄັນໃນການຫຼຸດຜ່ອນການຂາດດຸນການຄ້າຕ່າງປະເທດຂອງ ລາວ ໃຫ້ເບົາບາງລົງໄດ້ໃນປີນີ້ ແຕ່ວ່າດ້ວຍເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເຮັດໃຫ້ລັດຖະບານ ລາວ ຕ້ອງດຳເນີນການ
ກວດກາເຂື່ອນທີ່ກຳລັງກໍ່ສ້າງໃນທົ່ວປະເທດນັ້ນຍ່ອມຈະກະທົບຕໍ່ການສົ່ງອອກກະແສໄຟຟ້າຂອງ ລາວ ໃນປີ 2019 ຢ່າງຫຼີກລ່ຽງບໍ່ໄດ້ດັ່ງທີ່ທ່ານ ສຸລິນທອນ ຢືນຢັນວ່າ
"ການ​ກໍ່​ສ້າງ​ບັນ​ດາ​ເຂື່ອນ​ໄຟ​ຟ້າ​ຕ່າງໆ​ສຳ​ລັບ​ປີ 2018 ກໍ​ຍັງ​ເປັນ​ໄປ​ຕາມ​ແຜນ ເຖິງວ່າ​ລັດຖະບານຈະມີການຍຸຕິເພື່ອທົບທວນເບິ່ງຄຸນະພາບ ຫຼືວ່າຄວາມສາມາດຕົວຈິງຂອງບັນດາເຂື່ອນ ອັນນີ້ອາດຈະບໍ່ແມ່ນເກີດຂຶ້ນພາຍໃນ 2018 ມາດຕະການນັ້ນອາດຈະເລີ່ມເຂົ້າມາມີຜົນກະທົບປີ 2019."
ກ່ອນ​ໜ້ານີ້ ທ່ານ ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ລັດ​ຖະ​ມົນ​ຕີ​ວ່າ​ກະ​ຊວງ​ການເງິນໄດ້ຍອມຮັບວ່າ ທຶນສຳຮອງເງິນຕາຕ່າງປະເທດຂອງ ລາວ ມີມູນຄ່າຫຼຸດໜ້ອຍລົງນັບຈາກທ້າຍປີ 2016 ເປັນຕົ້ນມາ ໂດຍຫຼຸດລົງຈາກມູນຄ່າທີ່ທຽບເທົ່າກັບການນຳເຂົ້າສິນຄ້າຕ່າງປະເທດໄດ້ 5.3 ເດືອນເມື່ອທ້າຍປີ 2016 ລົງມາເປັນ 4.3 ເດືອນໃນ
ທ້າຍເດືອນເມສາ 2018 ແລະ ບໍ່ເຖິງ 3 ເດືອນໃນປັດຈຸບັນ.
ທັງ​ນີ້ ລັດ​ຖະ​ບານ ລາວ ກໍ​ໄດ້​ວາງ​ແຜນ​ການ​ທີ່​ຈະ​ສົ່ງ​ສິນ​ຄ້າ​ອອກ​ໃຫ້​ໄດ້ 5,015 ລ້ານ​ໂດລາ ແລະ ຄຸມການນຳເຂົ້າສິນຄ້າໃຫ້ບໍ່ເກີນ 4,978 ລ້ານໂດລາໃນຕະຫຼອດປີ 2018ນີ້ ຫາກແຕ່ກໍຄົງຈະເປັນຈິງໄດ້ຍາກຢ່າງຍິ່ງ.
ຈາກ: 

lao.voanews.com       

ວັນທີ 10.10.2018

ไม่มีความคิดเห็น:

แสดงความคิดเห็น