ໄອທີ IT

ເຕືອນໄພ! ຜູ້ທີ່ໃຊ້ມືຖືລະບົບ Android ຄວນລະວັງ

ໄພຄຸກຄາມໃໝ່ສຳລັບຜູ່ທີ່ໃຊ້ Android ມີມາອີກແລ້ວ ເຊິ່ງແຮັກເກີຈະທຳການເຊື່ອມຕໍ່ແບບບລູທູດ ເພື່ອເຂົ້າມາຫາຂໍ້ມູນໃນອຸປະກອນ Android ຂອງເຮົາ ໂດຍບໍລິສັດທາງດ້ານຄວາມປອດໄພຂອງລະບົບຄອມພິວເຕີ ໄດ້ອອກມາເປີດເຜີຍຊ່ອງຫວ່າງນີ້ທີ່ມີຊື່ວ່າ Armis ໂດຍທີ່ BlueBorne ເປັນຊື່ຮຽກລວມຂອງຊ່ອງຫວ່າງທັງ 8 ຮູບແບບ ທີ່ແຮັກເກີ້ສາມາດໃຊ້ເຈາະລະບົບເຂົ້າໄປໃນອຸປະກອນທີ່ຮອງຮັບການເຊື່ອມຕໍ່ແບບບລູທູດ ທີ່ມີຈຳນວນອຸປະກອນກວ່າ 5.3 ພັນລ້ານສິ້ນທົ່ວໂລກ ບໍ່ພຽງແຕ່ສະເພາະອຸປະກອນ Android ເທົ່ານັ້ນ ແລະ ເມື່ອແຮັກເກີພົບເປົ້າໝາຍທີ່ຕ້ອງການເຈາະ ພວກເຂົາກໍ່ສາມາດລັກເອົາຂໍ້ມູນທີ່ສຳຄັນໄດ້ຫຼາຍຮູບແບບ ຮວມເຖິງຄີ ແລະ ລະຫັດຕ່າງໆໄດ້ອີກດ້ວຍ
ແຮັກເກີສາມາດເຊື່ອມຕໍ່ກັບມືຖືຂອງເຮົາໄດ້ໂດຍອັດຕະໂນມັດ ໂດຍສະເພາະຄົນທີ່ມັກເປີດໃຊ້ງານບລູທູດ ຈະຕົກເປັນເຫຍື່ອຂອງແຮັກເກີໄດ້ງ່າຍ ແຮັກເກີຈະເຮັດການຄວບຄຸມໜ້າຈໍ ຫຼື ຄວບຄຸມແອັບຕ່າງໆໃນເຄື່ອງໝົດແລ້ວ ເຮົາຈະຮູ້ສຶກວ່າມືຖືຂອງເຮົາມີອາການຜິດປົກກະຕິບາງຢ່າງ
ໂດຍທາງບໍລິສັດ Armis ໄດ້ເຮັດຄລິບສາທິດໃຫ້ເຫັນວ່າຮູບແບບການໂຈມຕີທາງ BlueBorne ເປັນແນວໃດ ແລະ ວິທີປ້ອງກັນຕົວເອງທີ່ງ່າຍທີ່ສຸດແມ່ນການປິດການເຊື່ອມຕໍ່ບລູທູດເມື່ອທ່ານບໍ່ມີຄວາມຈຳເປັນຈະຕ້ອງໃຊ້ມັ ແລະ ໝັ່ນອັນເດດລະບົບປະຕິບັດການໃຫ້ທັນສະໃໝຢູ່ສະເໝີ
ຈາກ https://laopost.com    16.10.2018
----------------------------------------------------------------------------------------------------------------------------

ວິທີແກ້ໄຂເວລາຖືກໄວຮັສໃນເຟສບຸກ

ຖ້າຫາກທ່ານເຫັນໝູ່ເພື່ອນຂອງທ່ານໃນ Facebook ໂພສລິ້ງແປກໆເຊັ່ນ ຄລິບລາມົກອະນາຈານ ຫຼື ຂ່າວທີ່ບໍ່ເປັນຄວາມຈິງ ເຊິ່ງເປັນສິ່ງທີ່ເຮົາໝັ້ນໃຈວ່າໝູ່ຂອງເຮົາບໍ່ໂພສແບບນີ້ແນ່ນອນ, ສິ່ງທີ່ໂພສນັ້ນອາດຈະແມ່ນ ໄວຣັສ (ຫຼືເອີ້ນວ່າ Malwares) ແລະ ໃນບາງຄັ້ງໝູ່ຂອງທ່ານກໍບໍ່ຮູ້ວ່າເຂົາເຈົ້າຖືກໄວຣັສໂຕນີ້ໄປແລ້ວ. ຖ້າຫາກເຮົາບັງເອີນໄປກົດທີ່ລິ້ງໃນໂພສນັ້ນ, ເຮົາກໍອາດຈະຖືກໄວຣັສ ເອົາເຟສບຸກຂອງເຮົາໄປໂພສລິ້ງນັ້ນຕໍ່ ແລະ ແທັກຕໍ່ໝູ່ຂອງເຮົາທຸກຄົນ ສ້າງຕ່ອງໂສ້ໄວຣັສໄປເລື້ອຍໆ. ເຮົາສາມາດກວດສອບ ແລະ ແກ້ໄຂບັນຫານີ້ຄື:
  1. ປ່ຽນລະຫັດເຂົ້າເຟສບຸກຂອງທ່ານທັນທີ
ປ່ຽນລະຫັດຜ່ານເຟສບຸກທັນທີທີ່ຮູ້ວ່າທ່ານຕິດໄວຣັສນີ້ ໂດຍກົດເລືອກເຄື່ອງໝາຍ ∇ ສາມຫຼ່ຽມ ຢູ່ແຖບດ້ານເທິງ (1) >> ເລືອກການຕັ້ງຄ່າ ຫຼື Setting (2) >> >> ກົດເຂົ້າຄວາມປອດໄພ ຫຼື Securit and Login (3) >> ຈາກນັ້ນກໍປ່ຽນລະຫັດຜ່ານ (4) ທີ່ຄາດເດົາໄດ້ຍາກຂຶ້ນ (ແຕ່ທ່ານຢ່າລືມລະຫັດໃໝ່ຂອງທ່ານເດີ້).
2. ລຶບແອ໋ບໃນ Facebook ທີ່ຕ້ອງສົງໃສ
ເມື່ອປ່ຽນລະຫັດຜ່ານຮຽບຮ້ອຍແລ້ວ, ຂັ້ນຕອນຕໍ່ໄປແມ່ນລຶບແອ໋ບທີ່ຕິດໄວຣັສນັ້ນອອກຈາກເຟສບຸກຂອງທ່ານ ໂດຍຢູ່ໜ້າຕ່າງເກົ່າ ແລ້ວຄລິກ ແອັບ ແລະ ເວັບໄຊ້ ຫຼື Apps and Websites ເພື່ອເບິ່ງວ່າທ່ານຕິດຕັ້ງແອ໋ບໃດແນ່ໃນເວັບໄຊ້ຂອງທ່ານ ເຊິ່ງແອັບດັ່ງກ່າວອາດຈະເປັນແອັບທີ່ທ່ານຕັ້ງໃຈ ຫຼື ບໍ່ໄດ້ຕັ້ງໃຈຕິດຕັ້ງໄວ້ກໍໄດ້. ຖ້າຫາກແອັບໃດທີ່ທ່ານບໍ່ໄດ້ໃຊ້ໃນຊີວິດປະຈໍາວັນ, ທ່ານຄວນຈະລຶບແອັບນີ້ຖິ້ມໄປ ຫຼື ທ່ານສາມາດລຶບແອັບທັງໝົດອອກເລີຍກໍໄດ້ ແລ້ວຈິ່ງຕິດຕັ້ງແອັບທີ່ທ່ານໃຊ້ຕົວຈິງ.
3. ລົງໂປຣແກຣມແອນຕີ້ໄວຣັສ ຫຼື ໂປຣແກຣມປ້ອງກັນຊອບແວ
ເພື່ອປ້ອງກັນໃຫ້ເຟສບຸກຂອງທ່ານປອດໄພຢູ່ສະເໝີ, ທ່ານຄວນຈະລົງໂປຣແກຣມປ້ອງກັນຊອບແວ ຫຼື ກວດແອນຕີ້ໄວຣັສຢູ່ສະເໝີ. zdnet.com ແນະນໍາບາງໂປຣແກຣມສຳລັບປ້ອງກັນຊອບແວຂອງທ່ານໄດ້ແກ່ Microsoft Security EssentialsMalwarebytesAvira ແລະ Avast ເຊິ່ງເປັນໂປຣແກຣມຟຣີທັງໝົດ. ໂປຣແກຣມທີ່ກ່າວມາເປັນໂປຣແກຣມສຳລັບຜູ້ໃຊ້ງານ Windows, ຖ້າຫາກທ່ານໃຊ້ Mac ທ່ານສາມາດລອງໃຊ້ໂປຣແກຣມແອນຕີ້ໄວຣັສຈາກ Sophos ໄດ້.
ແລ້ວເຮົາຈະກວດສອບວ່າເຮົາໂພສລິ້ງໄວຣັສນັ້ນຕອນໃດໄດ້ແນວໃດ?
ທ່ານສາມາດເບິ່ງໄດ້ວ່າທ່ານໄດ້ເຄື່ອນໄຫວຫຍັງແນ່ໃນເຟສບຸກ ໄດ້ໄປ Like ຫຼື Share ລິ້ງໃດບໍ່ ແລະ ໄດ້ໂພສຫຍັງຕອນໃດ. ເມື່ອພົບແລ້ວ, ທ່ານສາມາດລົບໂພສດັ່າງກ່າວອອກໄດ້ເລີຍ
ຈາກ https://laopost.com    14.10.2018

ไม่มีความคิดเห็น:

แสดงความคิดเห็น