10.02.2561

ວັດຊຽງທອງ

"ວັດຊຽງທອງ" ຊຶ່ງເປັນວັດທີ່ສຳຄັນ ແລະ ມີຄວາມງົດງາມທີ່ສຸດແຫ່ງນີ້ ຈົນໄດ້ຮັບການຍົກຍ້ອງຈາກນັກບູຮານຄະດີ ວ່າເປັນດັ່ງອັນຍະມະນີແຫ່ງສະຖາປັດຕະຍະກຳລາວ ວັດຊຽງທອງຖືກສ້າງຂຶ້ນໃນລາຊະສະໄໝພຣະເຈົ້າໄຊເສດຖາທິລາດ ຫລັງຈາກສ້າງວັດນີ້ບໍ່ດົນພະອົງກໍຊົງຍ້າຍເມືອງຫລວງໄປຍັງນະຄອນວຽງຈັນ ແລະ ວັດນີ້ຍັງໄດ້ຮັບການອຸບປະຖຳເບິ່ງແຍງ ຈາກເຈົ້າມະຫາຊີວິດສີສະຫວ່າງວົງ ແລະ ເຈົ້າມະຫາຊີວິດສີສະຫວ່າງວັດທະນາ ເຈົ້າມະຫາຊີວິດ ສອງພະອົງສຸດທ້າຍຂອງລາວ ເມື່ອເດິນທາງມາເຖິງວັດນີ້ສິ່ງທຳອິດກໍຄືການໄປຊົມພຣະອຸໂປສົດ ຫລື ທີ່ເອີ້ນວ່າ “ສິມ” ແມ່ນຂະໜາດ ຈະບໍ່ໃຫຍ່ ແຕ່ກໍສະແດງເຖິງສະຖາປັດຕະຍະກຳທາງສາດສະຫນາແບບຫລວງພະບາງແທ້ໆ ດ້ວຍຫລັງຄາພຣະອຸໂປສົດ ທີ່ແອ່ນໂຄ້ງຊ້ອນກັນຢູ່ 3 ຊັ້ນ ຫຼຸດລື່ນເກືອບຮອດຖານຈົນເບິ່ງຄ່ອນຂ້າງເຕີ້ຍ ສ່ວນກາງຂອງຫລັງຄາມີເຄື່ອງຍອດສີທອງຊຶ່ງຊາວລາວຈະຮຽກວ່າ “ຊໍ່ຟ້າ ” ປະກອບດ້ວຍ 17 ຊໍ່ ອັນມີຄວາມຫມາຍວ່າເປັນ "ສິມ” (ອຸໂປສົດ) ທີ່ເຈົ້າມະຫາຊີວິດຊົງສ້າງຂຶ້ນ ສ່ວນ “ສິມ” ທີ່ຄົນສາມັນສ້າງຈະມີຊໍ່ຟ້າພຽງ 1-7 ຊໍ່ເທົ່ານັ້ນ ເຊື່ອກັນວ່າບໍລິເວນປ່ອງສີ່ຫລ່ຽມນ້ອຍໆ ເຄິ່ງກາງຂອງຊໍ່ຟ້າເຄີຍໃຊ້ເປັນທີ່ເກັບຂອງມີຄ່າ ປະຈຸບັນເຫລືອພຽງປ່ອງວ່າງເປົ່າ ຖັດມາທີ່ສ່ວນຂອງໜ້າບັນມີ “ໂຫງ່” ຮູບຮ່າງຄ້າຍຫົວນາກເປັນສ່ວນປະດັບຕາມຄະຕິທຳທາງພຸດທະສາດສະຫນາເມື່ອຍ່າງເຂົ້າຕໍ່ມາທີ່ປະຕູພະອຸໂປສົດ ຈະສະດຸດຕາກັບລວດລາຍແກະສະຫລັກອັນສວຍງາມ ເຊັ່ນດຽວກັບທີ່ປ່ອງຢ້ຽມ ຝາພາຍໃນກໍສວຍງາມດ້ວຍລວດລາຍປິດທອງສະຫລຸເທິງພື້ນສີດຳ ເລົ່າເລື່ອງພຸດທະປະຫວັດ, ທ້າວສີທົນ, ພະເຈົ້າ10ຊາດ ແລະ ພາບນິທານເພື່ອນບ້ານ ເລິກເຂົ້າໄປຄືພະປະທານຊຶ່ງມີຊື່ວ່າ “ພະອົງຫລວງ” ນອກຈາກວັດຊຽງທອງຈະມີພະອຸໂປສົດທີ່ໂດດເດັ່ນດ້ວຍສະຖາປັດຕະຍະກຳແບບລ້ານຊ້າງແລ້ວ ການຕົບແຕ່ງລວດລາຍຕາມຝາພາຍໃນກໍສວຍງາມຄືກັນ ບໍລິເວນຝາດ້ານຫລັງຂອງພະອຸໂປສົດກໍມີການຕົບແຕ່ງດ້ວຍການເອົາແກ້ວສີມາຕັດຕໍ່ກັນເປັນຮູບຕົ້ນໂພຂະໜາດໃຫຍ່ ດ້ານຂ້າງກໍຕິດເປັນຮູບສັດໃນວັນນະຄະດີ ຍາມບ່າຍທີ່ແສງແດດສ່ອງສະທ້ອນລົງມາເບິ່ງງົດງາມ ຖັດມາບໍລິເວນດ້ານຂ້າງ ແລະ ດ້ານຫລັງຂອງພະອຸໂປສົດ ເປັນທີ່ຕັ້ງຂອງວິຫານນ້ອຍໆ 2 ຫລັງ ຈຸດເດັ່ນຂອງວິຫານດ້ານໜ້າຄື ທີ່ຝາດ້ານນອກ ແຕ່ລະຫລັງຕົບແຕ່ງດ້ວຍແກ້ວສີ ຕັດເປັນຊິ້ນສ່ວນນ້ອຍໆ ແລ້ວນຳມາຕໍ່ກັນເປັນຮູບຮ່າງຕ່າງໆ ເລົ່າເປັນນິທານພື້ນບ້ານ ລົງເທິງຝາສີບົວ ເບິ່ງສວຍງາມໜ້າຮັກຕາມແບບສະບັບຫລວງພະບາງ ວິຫານຫລັງນ້ອຍດ້ານຂ້າງພະອຸໂປສົດ ທີ່ມີຊື່ວ່າ “ວິຫານແດງ” ພາຍໃນເປັນທີ່ປະດິດຖານພະພຸດທະຮູບປາງໄສຍາດທີ່ງົດງາມ ດ້ວຍພະຫັດ ທີ່ຮອງຮັບພະສຽນໄວ້ຢ່າງົດງາມ ແລະ ອອນຊອນ ພະພຸດທະຮູບນີ້ເຄີຍນຳໄປຈັດສະແດງ ທີ່ນະຄອນປາຣີ ປະເທດຝຣັ່ງ ໃນປີ ຄ.ສ.1931 ແລະ ໄປປະດິດສະຖານຢູ່ທີ່ນະຄອນວຽງຈັນ ຫລາຍສິບປີ ກ່ອນນຳກັບມາຍັງຫລວງພະບາງ ໃນປີ ຄ.ສ.1964 ສ່ວນວິຫານດ້ານຫລັງພະອຸໂປສົດຄື “ຫໍພະມ່ານ” ພາຍໃນປະດິດສະຖານ “ພະມ່ານ” ຊຶ່ງມີລັກສະນະຄ້າຍກັບ "ພະບາງ" ຈົນຫລາຍຄົນເຂົ້າໃຈຜິດຄິດວ່າເປັນອົງດຽວກັນ ໃນຊ່ວງມື້ບຸນຂຶ້ນປີໃໝ່ຂອງລາວ (ຊ່ວງມື້ສົງການ) ຈະມີການອັນເຊີນ “ພະມ່ານ” ລົງມາເພື່ອໃຫ້ປະຊາຊົນໄດ້ສົງນ້ຳ ແລະ ກາບໄຫວ້ ເລື່ອງພາຍໃນຝາດ້ານຫລັງວິຫານນີ້ເປັນພາບປະດັບແກ້ວສີ ເລົ່າເລື່ອງວິຖີຊີວິດຂອງຜູ້ຄົນ ສ້າງຂຶ້ນໃນປີ ຄ.ສ.1950 ເພື່ອສະເຫລີມສະຫລອງ ທີ່ໂລກກ້າວສູ່ຍຸກເຄິ່ງພຸດທະການ ດ້ານຫລັງຫໍພະມ່ານ ເປັນທີ່ຕັ້ງຂອງພະທາດສີສະຫວ່າງວົງ ຊຶ່ງເປັນທີ່ເກັບອັດຖິຂອງເຈົ້າມະຫາຊີວິດສີສະຫວ່າງວົງແລະ ດ້ານທິດຕະເວັນອອກສຽງໃຕ້ຕິດກັບຮົ້ວເປັນໂຮງເກັບເຮືອໃກ້ກັບແຄມແມ່ນ້ຳຂອງ ສ່ວນດ້ານໜ້າພະອຸໂປສົດ ເປັນທີ່ຕັ້ງຂອງຫໍກອງມີລວດລາຍລົງຮັກປິດທອງສວຍງາມເທິງເສົາ ນອກຈາກນັ້ນໃນບໍລິເວນວັດຊຽງທອງເມື່ອທ່ານຍ່າງເຂົ້າໄປທາງດ້ານຖະໜົນໂພທິສາລາດ ດ້ານຂວາມືຈະຕ້ອງສະດຸດຕາກັບອາຄານຊົງບູຮານມີລວດລາຍແກະສະຫລັກທາສີຄຳ. ຂະໜາດໃຫຍ່ຊຶ່ງເອິ້ນວ່າ “ໂຮງມ້ຽນໂກດ” ຫລືເປັນໂລງເກັບພະໂກດ, ພະລາຊະລົດ, ລາຊະຍານຂອງເຈົ້າຊີວິດສີສະຫວ່າງວັດທະນາ ຊຶ່ງສິ້ນພະຊົນເມື່ອປີ ຄ.ສ.1959 ແລະ ໄດ້ສ້າງໂຮງມ້ຽນໂກດແຫ່ງນີ້ຂຶ້ນໃນປີ ຄ.ສ.1962 ພາຍໃນມີລັກສະນະເປັນໂຖງກວ້າງ ຝາດ້ານໜ້າຕັ້ງແຕ່ໜ້າບັນລົງມາຈົນເຖິງພື້ນສາມາດຖອດອອກເພື່ອໃຫ້ສາມາດເຄື່ອນລາຊະລົດອອກມາໄດ້ ບໍລິເວນກາງໂຮງມ້ຽນໂກດເປັນທີ່ຕັ້ງຂອງລາຊະລົດໄມ້ແກະສະຫລັກປິດຄຳແປວຮອບຄັນ ມີພະໂກດ 3 ອົງສູນກາງເປັນໂກດອົງໃຫຍ່ ຂອງເຈົ້າສີສະຫວ່າງວັດທະນາ ອົງນ້ອຍດ້ານຫລັງເປັນຂອງພະລາຊະມານດາ ສ່ວນອົງນ້ອຍດ້ານໜ້າເປັນຂອງພະເຈົ້າອາ ໂຮງມ້ຽນໂກດນີ້ອອກແບບໂດຍເຈົ້າມະນີວົງ ແລະ ແກະສະຫລັກໂດຍຊ່າງຫລວງພະບາງ ທີ່ຊື່ “ເພຍຕັນ” ເມື່ອຄັ້ງທີ່ ຮັບລາຊະການຢູ່ໃນພະມະຫາລາຊະວັງ ນັບເປັນຊ່າງຝີມືຊັ້ນເອກປະຈຳພະອົງຂອງເຈົ້າມະຫາຊີວິດສີສະຫວ່າງວັດທະນາ ມີຄວາມຊຳນານທັງດ້ານການຂຽນ ແລະ ການແກະສະຫລັກ ຈຸດເດັ່ນອີກຢ່າງໜຶ່ງຂອງໂຮງມ້ຽນໂກດ ຄືບໍລິເວນຝາດ້ານນອກທີ່ “ເພຍຕັນ” ແກະສະຫລັກໄວ້ຢ່າງງົດງາມລົງດ້ວຍສີທອງສຸກ ເລົ່າເລື່ອງພະລັກພະລາມ ຕອນສຳຄັນ ໆ ເຊັ່ນດ້ານເທິງສຸດເປັນ ຕອນພິເພກກຳລັງບອກຄວາມລັບເລື່ອງທີ່ຊ່ອນຫົວໃຈຂອງທົດສະກັນກັບພະລາມ, ພະລັກ ແລະ ນາງສີດາ ຖັດລົງມາເປັນຕອນທີ່ທົດສະກັນຖືກທະນູຂອງພະລາມສຽບເຂົ້າທີ່ຫົວໃຈເປັນຕົ້ນ ເດີມພາບແກະສະຫລັກເຫລົ່ານີ້ເປັນລັກສະນະການລົງຮັກປິດທອງທີ່ສວຍງາມຕໍ່ມາມີການບູລະນະໃໝ່ ໂດຍທາສີທອງທັບລົງໄປດັ່ງທີ່ເຫັນໃນປະຈຸບັນ ນອກຈາກນີ້ພາຍໃນວັດຊຽງທອງຍັງມີເຂດສັງຄາວາດ ປະກອບດ້ວຍກຸດຕິ, ສະຖູບເຈດີ ດັ່ງວັດທົ່ວໆໄປ ແລະ ຍັງມີພະສົງຈຳພັນສາຢູ່.

ວັດຊຽງທອງ ແຂວງຫຼວງພະບາງ

1 ความคิดเห็น:

  1. LuckyClub.live Casino Sites and Games
    Enjoy the best live casino gambling, jackpot luckyclub slots, roulette and other games online at LuckyClub.lv. Get free spins & big bonuses with no deposit needed.

    ตอบลบ