10.13.2561

ວັດ ແລະ ບ້ານປາກອູ ເມືອງປາກອູ. (ຫຼວງພະບາງ)

ວັດ ແລະ ບ້ານປາກອູ ເມືອງປາກອູ ສ້າງຂຶ້ນໃນປີ 1547 ໂດຍພະເຈົ້າໄຊຍະເສດຖາທິຣາຊ, ວັດນີ້ໄດ້ສ້ອມແປງຄືນໃນຕົ້ນ ສັດຕະວັດທີ່ 19 ໃນຣາຊການ ຂອງພະເຈົ້າສີສະຫວ່າງວົງ ໄດ້ສ້າງແງບ ແລະ ລະບຽງໃສ່ດ້ານຂ້າງ.

ວັດ ແລະ ບ້ານປາກອູ ເມືອງປາກອູ. (ຫຼວງພະບາງ)
ຈາກ http://www.laogov.gov.la 14.10.2018

10.09.2561

ວັດໂພນໄຊຊະນະສົງຄາມ

ສ້າງໃນປີ ຄ.ສ.1791 ໂດຍພຣະເຈົ້າອະນຸລຸດທະລາດ ຕາມປະຫວັດ ກ່າວວ່າເປັນປະເພນີ ທີ່ພະມະຫາກະສັດ ແຫ່ງນະຄອນຫລວງພະບາງ ແລະ ເຫລົ່າແມ່ທັບນາຍກອງທັງຫລາຍຕ້ອງມາເຮັດພິທີນະມັດສະການ ພະອົງຫລວງ(ພະປະທານ) ເພື່ອຂໍພອນກ່ອນຈະອອກໄປຮົບທັບຈັບສຶກ ເຊື່ອກັນວ່າ ອົງພຣະປະທານຂອງວັດນີ້ ມີອຳນາດຊ່ວຍບັນດານໃຫ້ຊະນະສຶກສົງຄາມ ພຣະອຸໂປສົດ ມີລັກສະນະສິລະປະ ແບບຫລວງພະບາງທົ່ວໄປ ພາຍໃນແບ່ງເປັນ 3 ຫ້ອງຍາວ 4 ຫ້ອງຂວາງ ພາຍຫລັງຫ້ອງຂວາງພັງລົງ 2 ຫ້ອງ ແລະ ເລີ່ມບູລະນະໃນ ປີ ຄ.ສ.1970 ໂດຍຂະຫຍາຍກວ້າງອອກຂ້າງລະ 1 ແມັດ ຈາກນັ້ນຈຶ່ງບູລະນະໃໝ່ໝົດທັງຫລັງ.



ວັດໂພນໄຊຊະນະສົງຄາມ ແຂວງຫຼວງພະບາງ

10.05.2561

ວັດພະບາດໃຕ້

ຕົວວັດໃນອະດີດຕັ້ງຢູ່ໃນເຂດເມືອງຊັ້ນໃນ ດ້ານທິດໃຕ້ຄູ່ກັບວັດພະບາດເໜືອ ຈາກຫລັກຖານຮ່ອງຮອຍທີ່ພົບເຫັນເຊື່ອວ່າສ້າງໃນ ລາຊະສະໄໝ ພຣະເຈົ້າສາມແສນໄທ ເນື່ອງຈາກການບູລະນະວັດ ໃນປີ ຄ.ສ.1960 ສະພາບວັດໄດ້ ປ່ຽນແປງໄປຈາກເດີມເກືອບທັງໝົດ ສ່ວນໃຫຍ່ເປັນສິລະປະຈີນ-ຫວຽດນາມ ຊຶ່ງໃນສະໄໝ ນັ້ນມີເຈົ້າອາວາດເປັນຊາວວຽດນາມ ທີ່ເກີດ ແລະ ອາໄສຢູ່ໃນຫລວງພະບາງ (ຫວຽດ-ກຽວ) ແລະຊາວບ້ານ ທີ່ຖວາຍປັດໄຈຮ່ວມບູລະນະສ່ວນໃຫຍ່ ມີເຊື້ອຊາດດຽວກັນ ຈຶ່ງມີຊື່ຮຽກອີກຊື່ໜຶ່ງວ່າ “ວັດຫວຽດ” (ຈາກຄຳວ່າຫວຽດນາມນັ້ນເອງ) ຈຸດເດັ່ນທີ່ໜ້າສົນໃຈຂອງວັດນີ້ຢູ່ທີ່ພະພຸດທະຮູບ ແລະ ສະຖາປັດຕະຍະກຳພາຍໃນຈະເປັນ ແບບຈີນປະສົມຫວຽດນາມ ມີຮອຍພະພຸດທະບາດປະດິດສະຖານ ຢູ່ບໍລິເວນແຄມແມ່ນ້ຳຂອງ ຈາກບໍລິເວນນີ້ສາມາດເບິ່ງເຫັນທິວທັດຂອງແມ່ນ້ຳຂອງ ແລະ ເມືອງຝັ່ງກົງກັນຂ້າມໄດ້ຢ່າງຊັດເຈນ ນັບເປັນຈຸດຊົມຕາເວັນຕົກດິນທີ່ສວຍງາມທີ່ສຸດແຫ່ງໜຶ່ງຂອງຫລວງພະບາງ.
ວັດນີ້ສ້າງຂື້ນໃນສະໄໝພຣະເຈົ້າຟ້າງຸ່ມມະຫາຣາຊ , ຮອຍພຣະພຸດທະບາດທີ່ເຫັນໃນປະຈຸບັນແມ່ນ ສ້າງທັບຮອຍພຣະບາດຂອງພຣະມະຫາປັດສະມັນ ຜູ້ທີ່ນຳເອົາພຸດທະສາດສະໜາເຂົ້າມາໃນລາວ ພ້ອມດ້ວຍພຣະບາງ ຈາກປະເທດກຳປູເຈ້ຍ.....ກະລຸນາຫາຂໍ້ມູນເພີ່ມເດີມໃດ້ຈາກປື້ມປະຫວັດສາດທີ່ກ່າວເຖິງ


ວັດພະບາດໃຕ້ ແຂວງຫຼວງພະບາງ

10.03.2561

ວັດໃໝ່

ວັດໃໝ່ສຸວັນນະພູມາລາມ ຫລືວ່າ "ວັດໃໝ່" ເຄີຍເປັນທີ່ປະທັບຂອງສົມເດັດພະສັງຄະລາດບຸນທັນ ຊຶ່ງເປັນສົມເດັດພະສັງຄະລາດອົງສຸດທ້າຍຂອງລາວ ແລະ ຍັງເຄີຍເປັນທີ່ປະດິດສະຖານ ພະບາງ ພະພຸທົດຮູບຄູ່ເມືອງຫລວງພະບາງ ໃນລັດຊະສະໄໝຂອງເຈົ້າມະຫາຊີວິດສັກກະລິນ ຈົນເຖິງປີ ຄ.ສ 1894 ຈຶ່ງໄດ້ອັນເຊີນ ພະບາງ ໄປປະດິດສະຖານ ໃນຫໍພະບາງພາຍໃນພະລາຊະວັັງຈົນເຖິງປັດຈຸບັນ ເມື່ອມາວັດແຫ່ງນີ້ສິ່ງທີ່ເຮົາຈະສັງເກດເຫັນເຖິງຄວາມແຕກຕ່າງຈາກວັດອື່ນໆ ຄືຕົວອຸໂປສົດ (ສິມ) ລັກສະນະຈະເປັນອາຄານຊົງໂລງ ຫລັງຄາມີຂະໜາດໃຫຍ່ ມີຊາຍຄາປົກຄຸມທັງສີ່ດ້ານສອງລະດັບຕໍ່ເນື່ອງກັນ. ດ້ານຂ້າງມີຖານຍື່ນອອກມາຮັບກັບຊາຍຄາ ທີ່ທອດຍາວລົງເກືອບຮອດພື້ນດິນ ເທິງຍອດຫລັງຄາເປັນໜ້າຈົ່ວຂະໜາດໃຫຍ່ໂດຍມີຫລັງຄານ້ອຍໆ ຊ້ອນຢູ່ອີກຊັ້ນໜຶ່ງ ເຄິ່ງກາງຂອງຫລັງຄານ້ອຍປະດັບຊໍ່ຟ້າ ດ້ານຫລັງມີຫໍຂວາງສ້າງຂຶ້ນຕິດກັນ ເຊື່ອວ່າມາຕໍ່ເຕີມໃນພາຍຫລັງ ທີ່ລະບຽງດ້ານໜ້າມີອາຄານຄ້າຍສາລາຂວາງຄອບຢູ່ ມີຫລັງຄາຕິດກັບຫລັງຄາອຸໂປສົດ ທີ່ເສົາລົງຮັກປິດທອງຢ່າງສວຍງາມ ຝາດ້ານໜ້າພະອຸໂບສົດຕົກແຕ່ງດ້ວຍພາບລົງຮັກປິດທອງເບິ່ງເຫລືອງອາລ່າມງາມຕາຍາວຕະຫລອດຝາ ເລົ່າເລື່ອງພະເວດສັນດອນຊາດົກ ໂດຍຝີມືຊ່າງຫລວງປະຈຳລາຊະການເຈົ້າມະຫາຊີວິດສີສະຫວ່າງວົງ ດ້ານລຸ່ມເປັນຮູບສັດຊະນິດຕ່າງໆ ມີຮູບຊ້າງນ້ຳຢູ່ດ້ານລຸ່ມຂວາຂອງພາບ ສ່ວນບານປະຕູແກະສະຫລັກເປັນຮູບເທວະດາສິລະປະແບບຊຽງຂວາງ ພາຍໃນພະອຸໂປສົດມີພະພຸດທະຮູບນັບໝື່ນນັບແສນອົງ ເທິງຝາສີແດງ ຄ້າຍກັບທີ່ເຄີຍພົບເຫັນໃນວັດບາງແຫ່ງຂອງແຂວງຊຽງໃໝ່ ສູນກາງເປັນພະພຸດທະຮູບຊົງເຄື່ອງ ມີພະພັກທີ່ງົດງາມ ຈັດເປັນກຸ່ມພະພຸດທະຮູບຫລວງພະບາງແບບໜຶ່ງ ກົງກັນຂ້າມດ້ານໜ້າພະອຸໂປສົດມີອາຄານກໍ່ອິດໂບກປູນຫລັງນ້ອຍໆ 2 ຫລັງຂະໜາດຕ່າງກັນ ເອິ້ນວ່າ "ອູບມຸງ" ຂະໜາບຂ້າງພະທາດຊົງດອກບົວສີ່ຫລ່ຽມ ອູບມຸງຫລັງໃຫຍ່ຫັນໜ້າມາທາງພະອຸໂປສົດ ພາຍໃນມີພະພຸດທະຮູບປາງມານວິໄຊຂະໜາດຂ້ອນຂ້າງໃຫຍ່ປະດິດສະຖານຢູ່ ສ່ວນອູບມຸງຫລັງນ້ອຍຫັນໜ້າອອກຖະໜົນ ບໍລິເວນພາຍໃນວັດໃຫມ່ ມີການຈັດວາງຜັງອາຄານກຸ່ມພຸດທະວາດ ແລະ ສັງຄາວາດແຍກອອກເປັນສັດສ່ວນ ມີແນວຕົ້ນໄມ້ນ້ອຍໆກັ້ນຢູ່ ໃນຊ່ວງປີໃໝ່ລາວ (ເດືອນເມສາຂອງທຸກປີ) ທາງການໄດ້ມີການອັນເຊີນ "ພະບາງ" ຊຶ່ງເປັນພະຄູ່ບ້ານຄູ່ເມືອງຂອງຫລວງພະບາງ ມາໄວ້ທີ່ລານດ້ານໜ້າຂອງວັດໃໝ່ແຫ່ງນີ້ ເພື່ອໃຫ້ປະຊາຊົນໄດ້ສົງນ້ຳອີກດ້ວຍ.



ວັດໃໝ່ ແຂວງຫຼວງພະບາງ